ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມພົບປະຫາລືລະຫວ່າງຜູ້ນຳປະເທດ BRICS ຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣາຊິເລຍປະເທດບຣາຊິນໃນວັນທີ 14 ພະຈິກນີ້. ວັນທີ 15 ພະຈິກນີ້, ຢູ່ທີ່ປັກກິ່ງ, ທ່ານເກີງຊວງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຜູ້ນຳ 5 ປະເທດໃນບຣິກສ໌ໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງປະເທດ BRICS ແລະ ບັນຫາສາກົນສຳຄັນທີ່ສົນໃຈຮ່ວມກັນ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ ທັງໄດ້ຮັບຜົນດີໃນຫຼາຍດ້ານ.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ພະຈິກນີ້, ທ່ານເກິງສວງໄດ້ຕອບຄຳຖາມຂອງນັກຂ່າວໂດຍກ່າວວ່າ: ຈີນເຫັນວ່າການພົບປະຄັ້ງນີ້ໄດ້ບັນລຸເປົ້າໝາຍຕາມກຳນົດ, ໄດ້ສົ່ງສັນຍານອັນຈະແຈ້ງໃນ 4 ດ້ານຕໍ່ພາຍນອກ ຄື: ໜຶ່ງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການສົ່ງເສີມລັດທິຫຼາຍຝ່າຍ. ສອງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານລັດທິປົກປິອງ. ສາມ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານການແຊກແຊງຈາກພາຍນອກ ແລະ ສີ່, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການເພີ່ມຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະເທດບຣິກສ໌. ການພົບປະເທື່ອນີ້ໄດ້ເພີ່ມຄວາມໝັ້ນທ່ຽງໃຫ້ແກ່ສະຖານະການສາກົນທີ່ພວມຢູ່ໃນໄລຍະເວລາທີ່ສຳຄັນ, ໄດ້ຊີ້ທິດທາງໃຫ້ແກ່ລະບົບສາກົນທີ່ໄດ້ປະສົບການປະຕິຮູບອັນເລິກເຊິ່ງຜ່ານມາ, ໄດ້ຕື່ມພະລັງທີ່ສ້າງສັນຕໍ່ປະຊາຄົມໂລກທີ່ປ່ຽມລົ້ນໄປດ້ວຍຄວາມເປັນຫ່ວງ ແລະ ໄດ້ສະໜອງພະລັງຊຸກດັນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງປະເທດບຣິກສ໌ເພື່ອໃຫ້ມີປະສິດທິຜົນ ແລະ ກ້າວສູ່ລົງເລິກຢ່າງບໍ່ຢຸດຢັ້ງ.
ຄຳເຫັນ
0