劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 197 ສະ​ບັບ​ກັບ 137 ປະ​ເທດ ແລະ 30 ອົງ​ການ​ຈັດ​ຕັ້ງ​ສາ​ກົນ

2019-11-16 14:49:04 CRI

 

ວັນ​ທີ 15 ພະ​ຈິກ​ນີ້, ທ່ານ​ເມີ້ງ​ເວີຍ ໂຄ​ສົກຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້, ຈີນ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 197 ສະ​ບັບ​ກັບ 137 ປະ​ເທດ​ແລະ​ 30 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ໃນ​ນີ້​ມີ​ປະ​ເທດພວມ​ພັດ​ທະ​ນາ​ ແລະ ​ກໍ​ມີປະ​ເທດ​ທີ່​ພັດ​ທະ​ນາແລ້ວ.

ທ່ານ​ເມີ້ງ​ເວີຍ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ​ໂຄງ​ການ​ຕ່າງໆ ເຊັ່ນ: ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ລົດ​ໄຟ​ຈີນ-ໄທ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາ​ກາ​ຕາ-​ບັນ​ດົງ ແລະທາງ​ລົດ​ໄຟຮົງ​ກາ​ລີ-ແຊັກ​ບີ​ພວມ​ມີ​ຄວາມ​ຄືບ​ໜ້າຢ່າງ​ໝັ້ນທ່ຽງ ແລະໂຄງ​ການ​ພັດ​ທະ​ນາທ່າ​ກຳ​ປັ່ນຕ່າງໆ ເຊັ່ນ​ທ່າ​ກຳ​ປັ່ນ​ກົວ​ດາ, ທ່າ​ກຳ​ປັ່ນ​ຮາມ​ບານ​ໂຕ​ຕາ, ທ່າ​ກຳ​ປັ່ນ​ປິ​ຣາ​ອີ​ສ, ທ່າ​ກຳ​ປັ່ນ​ຮາ​ລິ​ຟາ ແລະ​ອື່​ນໆ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ເມື່ອ​ຮອດ​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້, ຂະ​ບວນລົດ​ໄຟ​ຈີນ-ເອີ​ຣົບ​ໄດ້​ແລ່ນ​ບໍ​ລິ​ການ​ເກືອບ 2 ໝື່ນ​ຂະ​ບວນ​ແລ້ວ.

ຄຳ​ເຫັນ

0