蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ນັກ​ທຸ​ລະ​ກິດ​ສິງ​ກະ​ໂປ​ໄດ້​ຮັບ​ໃບ​ສັ່ງ​ຊື້​ສິນ​ຄ້າ​ມີ​ມູນ​ຄ່າຫຼາຍກວ່າ​ຄັ້ງ​ທຳ​ອິດ

2019-11-16 16:10:19 CRI

ສ​ະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງ​ກະ​ໂປ​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 15 ພະ​ຈິກ​ນີ້ ໂດຍ​ລະ​ບຸ​ວ່າ, ນັກ​ທຸ​ລະ​ກິດ​ສິງ​ກະ​ໂປ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​​ອັນ​ອຸ​ດົມ​ສົມ​ບູນ​ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ເຊິ່ງຍອດ​ມູນ​ຄ່າ​ໃນ​ສັນ​ຍາ​ໄດ້ບັນ​ລຸຫຼາຍກວ່າ 1,3 ຕື້ຢວນ.

ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ, ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2, ວິ​ສາ​ຫະ​ກິດ​ສິງ​ກະ​ໂປ​ ແລະ ຄູ່​ຮ່ວມ​ມື​ຝ່າຍ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ 26 ສະ​ບັບ ເຊິ່ງ​ມີ​ມູນ​ຄ່າ​ມີ​ເຖິງ 260 ລ້ານ​ໂດ​ລາ​ສິງ​ກະ​ໂປ, ຫຼືປະ​ມານ 1,34 ຕື້ຢວນ, ຫຼາຍກວ່າ 780 ລ້ານຢວນ ທີ່​ໄດ້​ບັນ​ລຸ​ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໃນ​ປີ​ຜ່ານ​ມາ.

ຄຳ​ເຫັນ

0