鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າ​ສອງ​ຝ່າຍ​ຂອງ​ການ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຄ້າ​ຈີ​ນ-ອາ​ເມ​ລິ​ກາ​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ

2019-11-17 14:38:46 cri

   ຕອນ​ເຊົ້າວັນ​ທີ1​6ພະ​ຈິກນີ້, ທ່ານລີວ​ເຮີ້ ​​ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ,ທັງ​ເປັນ​ຫົວ​ໜ້າ​​ຝ່າຍຈີນ​ໃນ​ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ລິ​ກາ ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ເລັດ​ຊີ​ສ, ຜູ້​ແທນການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ແລະ​ທ່ານ​ມູ​ນຸ​ຊີງ,ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນອາ​ເມ​ລິ​ກາ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ​ໂດຍ​ປິ່ນ​ອ້ອມ​ບັນ​ຫາຄຳ​ຄັນທີ່​ແຕ່​ລະ​ຝ່າຍ​ສົນ​ໃຈ​ຢ່າງ​ສູງ​ໃນ​ສັນ​ຍາ​ໄລ​ຍະ​ທີ​ໜຶ່ງ,ທັງ​ຈະ​ສຶບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ເຊິ່ງ​ກັນ​ແລ​ະ​ກັນ​ຢ່າງໃກ້​ຊິດ.

ຄຳ​ເຫັນ

0