ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 16 ພະຈິກນີ້, ຜູ້ແຫ່ຂະບວນປະທ້ວງ “ເສື້ອກັກເຫຼືອງ” ຝຣັ່ງໄດ້ເກີດການປະທະກັນຢ່າງຮ້າຍແຮງກັບເຈົ້າໜ້າທີ່ຕຳຫຼວດຢູ່ຫຼາຍຕົວເມືອງ ເຊັ່ນ, ນະຄອນຫຼວງປາຣີ, ນະຄອນນານເຕສ໌ (Nantes) ແລະ ນະຄອນລີຢົງເປັນຕົ້ນ. ມື້ດຽວກັນ, ເຈົ້າໜ້າທີ່ຕຳຫຼວດປາຣີໄດ້ຈັບຜູ້ປະທ້ວງດ້ວຍກຳລັງຮຸນແຮງ 147 ຄົນ.
ຍ້ອນໄດ້ຮັບຜົນກະທົບຈາກເລື່ອງນີ້, ລົດໄຟໃຕ້ດິນຂອງປາຣີໄດ້ປິດສະຖານີຫຼາຍແຫ່ງເປັນການຊົ່ວຄາວ. ຜູ້ປະທ້ວງຈຳນວນໜຶ່ງຍັງບຸກເຂົ້າທາງວົງແຫວນຮອບນອກເມືອງປາຣີ, ເຮັດໃຫ້ລົດຕິດຢູ່ຕາມທາງ.
ຂະບວນການປະທ້ວງ “ເສື້ອກັກເຫຼືອງ” ຝຣັ່ງເລີ່ມຂຶ້ນມາແຕ່ວັນທີ 17 ພະຈິກປີ 2018, ເນື່ອງຈາກປະທ້ວງລັດຖະບານປັບອາກອນນ້ຳມັນເຊື້ອໄຟໃຫ້ສູງຂຶ້ນ. ຂະບວນການນີ້ໄດ້ຈັດການແຫ່ຂະບວນປະທ້ວງໃນທຸກວັນເສົາ, ໃນໄລຍະດັ່ງກ່າວໄດ້ເກີດເຫດການມ້າງເພທຳລາຍສິ່ງຂອງຢ່າງຮ້າຍແຮງ ແລະ ການປະທະກັນຢ່າງຮຸນແຮງລະຫວ່າງເຈົ້າໜ້າທີ່ຕຳຫຼວດ ກັບ ຜູ້ປະທ້ວງຫຼາຍເທື່ອແລ້ວ.
ສື່ມວນຊົນຝຣັ່ງລາຍງານວ່າ, ຄຽງຄູ່ກັບລັດຖະບານຝຣັ່ງໄດ້ໃຊ້ຫຼາຍມາດຕະການ, ຂະບວນການ “ເສື້ອກັກເຫຼືອງ” ມີທ່ວງທ່າຫຼຸດລົງຫຼາຍແລ້ວ.
ຄຳເຫັນ
0