吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຊີ​ສ່ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ເພື່ອ​ລະ​ນຶກ​ວັນ​ເກີດຂົງ​ຈື້​ຄົບ​ຮອບ 2570 ປີ

2019-11-17 15:38:37 cri

    ວັນ​ທີ 16 ພ​ະ​ຈິກ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຊີ​ສ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ເພື່ອ​ລະ​ນຶກ​ວັນ​ເກີດຂົງ​ຈື້​ຄົບ​ຮອບ 2570 ປີ ກໍ່​ຄື ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ຫະ​ພັນປັດ​ຊະ​ຍາ​ຂົງ​ຈື້​ສາ​ກົນ​ຄັ້ງ​ທີ 6.

     ທ່ານ​ວາງ​ຊີ​ສ່ານ​ໄດ້ຕາງ​ໜ້າ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ ແລະ ລັດ​ຖະ​ບານ​ຈີນ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້. ທ່ານ​ວາງ​ຊີ​ສ່ານ​ກ່າວ​ວ່າ, ສ​ປ​ຈີນ​​ສະ​ຖາ​ປະ​ນາ​ຂຶ້ນເປັນ​ເວ​ລາ 70 ປີ​ມາ​ນີ້ ໄດ້​ຮັບ​​ຜົນສຳ​ເລັດ​ຍິ່ງ​ໃຫຍ່​ສະ​ຫງ່າ​ງາມ ເຊິ່ງ​ເປັນ​ຜົນ​ງານ​ທີ່​ປະ​ຊາ​ຊົນ​ຍາດ​ໄດ້​ດ້ວຍ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ ແລະ​ກຳ​ລັງ​ເຫື່ອ​ແຮງ, ທັງສະ​ແດງ​ໃຫ້​ເຫັນ​ສະ​ຕິ​ປັນ​ຍາ ແລະ ສິ່ງ​ປະ​ເສີດ​ຂອງ​ອາ​ລະ​ຍະ​ທຳ​ຈີນ.
     ທ່ານ​ວາງ​ຊີ​ສ່ານ​ກ່າວ​ເນັ້ນ​ວ່າ, ປີ 2014, ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ສະ​ຫະ​ພັນ​ປັດ​ຊະ​ຍາ​ຂົງ​ຈື້​ສາ​ກົນ​ຄັ້ງ​ທີ 5, ໂດຍ​ໄດ້ຊີ້​ທິດ​ຢ່າງ​ຈະ​ແຈ້ງ​ເພື່ອ​ເຊີດ​ຊູ ແລະ ​ວັດ​ທະ​ນະ​ທຳ​ປັດ​ຊະ​ຍາຂົງ​ຈື້ ແລະແນວ​ຄິດທີ່​ດີ​ເດັ່ນ​ທຸກ​ຢ່າງ​ຂອງ​ໃນ​ວັດ​ທະນະ​​ທຳ​ອັນ​ມີ​ມູນ​ເຊື້ອ ພ້ອມ​ທັງ​ຊຸກ​ຍູ້​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ. ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ປະ​ຫວັດ​ການ​, ພວກ​ເຮົາ​ຈະ​ຖື​ເອົາແນວ​ຄິດ​​ສີ​ຈີ້ນ​ຜິງ​ກ່ຽວ​ກັບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ທິດ​ຊີ້​ນຳ, ເຄົາ​ລົບ​ອາ​ລະ​ຍະ​ທຳ​​ທຸກ​ຢ່າງ​ໃນ​ໂລກ, ປະ​ກອບ​ສ່ວນ​ຄວາມ​ກ້າວ​ໜ້າ​ຂອງ​ອາ​ລະ​ຍະ​ທຳ​ມວນ​ມະ​ນຸດ​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0