ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວທີປຶກສາຫາລືອຸດສາຫະກຳວັດທະນະທຳຈີນ-ຍີ່ປຸ່ນ-ສ.ເກົາຫຼີຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນປູຊານຂອງສ.ເກົາຫຼີໃນຫວ່າງມໍ່ໆນີ້, ຜູ້ຕາງໜ້າທີ່ເຂົ້າຮ່ວມເວທີປຶກສາຫລືໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການແລກປ່ຽນ ແລະ ການຮ່ວມມືດ້ານອຸດສາຫະກຳວັດທະນະທຳຂອງ 3 ປະເທດ, ໂດຍສະເພາະແມ່ນໄດ້ບັນລຸຄາວມເຫັນເປັນເອກະພາບຄືກັນອັນກວ້າງຂວາງໃນດ້ານອຸດສາຫະກຳວັດທະນະທຳດີຈີຕອນ ແລະ ໄດ້ອອກຖະແຫຼງການຮ່ວມສາມຝ່າຍ. ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊີ້ອອກວ່າ,ການຮ່ວມມືໃນດ້ານອຸດສາຫະກຳວັດທະນະທຳ 3 ປະເທດມີອະນາຄົດອັນກວ້າງຂວາງ, ອຸດສາຫະກຳວັດທະນະທຳດີຈີຕອນຂອງຈີນໄດ້ພັດທະນາຢ່າງວ່ອງໄວ, ແລະກໍ່ນັບມື້ກາຍເປັນກຳລັງສຳຄັນທີ່ຊຸກຍູ້ວັດທະນະທຳຈີນກ້າວໄປສູ່ໂລກ.
ເວທີປຶກສາຫາລືອຸດສາຫະກຳວັດທະນະທຳຈີນ-ຍີ່ປຸ່ນ-ສ.ເກົາຫຼີຈັດຂຶ້ນໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ກະຊວງວັດທະນະທຳ ກິລາ ແລະທ່ອງທ່ຽວສ.ເກົາຫຼີ ແລະ ກະຊວງອຸດສາຫະກຳເສດຖະກິດຍີ່ປຸ່ນ, ເຊິ່ງເປັນກົນໄກ ແລະ ເວທີສຳຄັນສຳລັບການແລກປ່ຽນ ແລະ ການຮ່ວມມືດ້ານອຸດສາຫະກຳວັດທະນະທຳຂອງ 3 ປະເທດ.
ຄຳເຫັນ
0