ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 16 ພະຈິກນີ້, ທ່ານຟິລິບ ເດນເກວ ຫົວໜ້າສູນຂອງມະຫາວິທະຍາໄລສຳລັບຈີນລັດບາວາເຣຍຂອງເຢຍລະມັນກ່າວວ່າ, ນັກສຶກສາລັດຕົນມີຄວາມກະຕືລືລົ້ນຢາກໄປຮຽນຢູ່ຈີນນັບມື້ນັບຖີບສູງຂຶ້ນ.
ໃນການສຳມະນາສຳລັບນັກສຶກສາເກົ່າທີ່ເຄີຍໄປຮຽນຢູ່ຈີນຂອງລັດບາວາເຣຍຄັ້ງໜຶ່ງທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານເດນເກວກ່າວວ່າ, ນັບແຕ່ສູນດັ່ງກ່າວ ກັບ ສະຖານທູດຈີນປະຈຳເຢຍລະມັນສ້າງການພົວພັນຮ່ວມມືດ້ານທຶນການສຶກສາເປັນເວລາ 10 ປີມານີ້, ນັກສຶກສາເຢຍລະມັນຂອງລັດບາວາເຣຍໄດ້ເພີ່ມຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ. 10 ປີມານີ້, ສູນດັ່ງກ່າວໄດ້ໃຫ້ທຶນຊ່ວຍເຫຼືອແກ່ນັກສຶກສາປະມານ 800 ຄົນໄປຮຽນຢູ່ຈີນ, ໃນນັ້ນ, 135 ຄົນໄດ້ຮັບທຶນການສຶກສາຂອງລັດຖະບານຈີນ.
ທ່ານລີວລີ້ຊິ່ນ ທີ່ປຶກສາອັກຄະລັດຖະທູດພະແນກການສຶກສາຂອງສະຖານທູດຈີນປະຈຳເຢຍລະມັນບອກນັກຂ່າວວ່າ, ໂດຍຜ່ານການຮ່ວມມືກັບມະຫາວິທະຍາໄລເຢຍລະມັນປະຕິບັດໂຄງການທຶນການສຶກສາ, ສະຖານທູດຈີນຊ່ວຍເລືອກນັກສຶກສາທີ່ດີເດັ່ນຂອງເຢຍລະມັນໄປຮຽນຢູ່ຈີນ, ພ້ອມທັງສ້າງເຄືອຂ່າຍນັກສຶກສາເກົ່າທີ່ເຄີຍຮຽນຢູ່ຈີນ ເຊິ່ງມີຄວາມໝາຍສຳຄັນຕໍ່ຍົກສູງລະດັບສາກົນຂອງການສຶກສາຂອງຈີນ.
ຄຳເຫັນ
0