吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປ​ຣູ​ຈັດ​ວາງ​ແຜນ​ອະ​ນຸ​ລັກ​ສັດ​ຕະ​ກຸນ​ລີງ

2019-11-17 15:51:40 cri

    ຫວ່າງ​ມໍ່ໆ​ນີ້, ເປ​ຣູ​ໄດ້ວາງ “ແຜນ​ການ​​ອະ​ນຸ​ລັກ​ສັດ​ຕະ​ກຸນ​ລີງ (Primate) ແຫ່ງ​ຊາດ ​ປີ2019-2029”, ເພື່ອປົກປ້ອງສັດປ່າປະເພດດັ່ງກ່າວທີ່ໃກ້ຈະສູນພັນ.

    ເປຣູແມ່ນປະເທດທີ່ມີຊັບພະຍາກອນສັດ ແລະ ພືດອຸດົມສົມບູນທີ່ສຸດໃນໂລກ, ມີສັດຕະກຸນລີງ 47 ຊະນິດ, ແຈກຢາຍຢູ່ປ່າຝົນເຂດຮ້ອນອາມາຊອນ, ເຂດພູອານດີສ ແລະ ເຂດແຄມຝັ່ງທະເລ, ໃນນັ້ນ, 11 ຊະນິດແມ່ນສັດສະເພາະທີ່ມີຢູ່ເປຣູ.
     ສັດຕະກຸນລີງພວມຜະເຊີນໜ້າກັບໄພຂົ່ມຂູ່ອັນຮ້າຍແຮງ,ໃນນັ້ນ, ປະມານ 60% ໃກ້ຈະສູນພັນ, ຈຳນວນ 75% ນັບມື້ນັບຫຼຸດໜ້ອຍລົງ. ການຖາງປ່າເຮັດໄຮ່, ບຸກເບີກເນື້ອທີ່ການລ້ຽງສັດ, ການກໍ່ສ້າງພື້ນຖານໂຄງລ່າງ ພ້ອມທັງການລ່າສັດເພື່ອເປັນອາຫານ ການຊື້ຂາຍຢ່າງຜິດກົດໝາຍພວມຂົ່ມຂູ່ຕໍ່ຊີວິດຂອງສັດເຫຼົ່ານີ້.

ຄຳ​ເຫັນ

0