尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແລະ​ສ.ເກົາ​ຫຼີ​ຈະ​ເລື່ອນ​ເວ​ລາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ໂດຍ​ບໍ່​ມີ​ວັນ​ກຳ​ນົດ

2019-11-18 16:43:38 cri

ວັນ​ທີ 17 ພະ​ຈິກ​ນີ້, ທ່ານ ມາກ​ເອ​ສ​ເປີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາໄດ້​ກ່າວ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທວ່າ: ອາ​ເມ​ຣິ​ກາ​ແລະ​ສ.ເກົາ​ຫຼີ​ຈະ​ເລື່ອນ​ເວ​ລາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ບໍ່​ມີ​​ກຳ​ນົດ,ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ​ຕໍ່​ສ​ປ​ປ​ເກົາ​ຫຼີ.
 

ທ່ານ ເອ​ສ​ເປີ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​​ຮ່ວມລະ​ຫວ່າງ​ອາ​ເມ​ຣິ​ກາ-ສ.ເກົາ​ຫຼີ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອາ​ຊຽນ. ທ່ານ​ກ່າວ​ວ່າ: ການ​ເລື່ອນ​ເວ​ລາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ຣິ​ກາ-ສ.ເກົາ​ຫຼີ​ບໍ່​ແມ່ນ​ການ​​ອ່ອນ​ຍາມ​ຕໍ່​ສ​ປ​ປ​ເກົາ​ຫຼີ,ຫາກ​ແມ່ນ​ການ​ເປີດ​ປະ​ຕູ​ທາງ​ການ​ທູດ​ປະ​ຕູ​ໜຶ່ງເພື່ອ​ຈຳ​ກັດ​ໄພ​ຂົ່ມ​ຂູ່​ດ້ານ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ສ​ປ​ປ​ເກົາ​ຫຼີ,ອາ​ເມ​ຣິ​ກາ​ແລະ​ສ.ເກົາ​ຫຼີ​ຫວັງ​ວ່າ​ຈະ​ສາ​ມາດ​ບັນ​ລຸການ​ປອດ​ນິວ​ເຄ​ລຍ​​ຢູ່​ແຫຼມ​ເກົາ​ຫຼີ​ໃນ​​ທີ່​ສຸດ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສ​ປ​ປ​ເກົາ​ຫຼີ​ກັບ​ຄືນ​ສູ່​ໂຕະ​​ເຈ​ລະ​ຈາ​ໂດຍ​ບໍ່​ມີ​ເງື່ອນ​ໄຂ.
 

ຕາມ​ສຳ​ນັກ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ​ເກົາ​ຫຼີ​ລາຍ​ງານ​ໃນ​ວັນ​ທີ 13 ພະ​ຈິກ​ນີ້​ວ່າ:ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ວຽກ​ງານແຫ່ງ​ລັດ​ສ​ປ​ປ​ເກົາ​ຫຼີ​ໄດ້​ກ່າວ​ໃນ​ມື້​ດຽວ​ກັນ​ນີ້​ໂດຍ​ໄດ້​ຕຳ​ໜິຕຳ​ນິ​ອາ​ເມ​ຣິ​ກາ​ແລະ​ສ.ເກົາ​ຫຼີ​ມີ​ແຜນ​ຈະ​ຈັດ​ການຊ້ອມ​​ຮົບ​ທາງອາ​ກາດ​ຮ່ວມ​ເຊິ່ງ​ເປັນການຊ້ອມ​ຮົບ​ທີ່​ເປັນ​ປໍ​ລະ​ປັກຕໍ່ສ​ປ​ປ​ເກົ​າ​ຫຼີ.

ຄຳ​ເຫັນ

0