ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມສາກົນກ່ຽວກັບການສຶກສາສື່ດີຈີຕອນຄັ້ງທຳອິດ ເຊິ່ງແມ່ນວິທະຍາໄລຮູບເງົາຈີນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຫາ 17 ພະຈິກນີ້.
ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ອຸດສາຫະກຳ, ການສຶກສາ, ການຄົ້ນຄວ້າ ແລະ ການປະດິດສ້າງໃໝ່ໃນການສຶກສາສື່ດີຈີຕອນເພື່ອພັດທະນາການເຊື່ອມໂຍງເຂົ້າກັນ” ໂດຍສຸມໃສ່ສະພາບການປັດຈຸບັນ ແລະ ອະນາຄົດຂອງການພັດກທະນາການສຶກສາສື່ດີຈີຕອນສາກົນ, ຄົ້ນຄວ້າວິທີ ແລະ ຮູບການບຳລຸງສ້າງພະນັກງານວິຊາການ ແລະ ທັດສະນະການສິດສອນ, ຄົ້ນຄວ້າແລະປຶກສາຫາລືເຖິງແນວຄິດປະດິດສ້າງໃໝ່ ແລະ ມາດຕະການໃໝ່ໃນການວາງແຜນສ້າງຂະແໜງວິຊາດີຈີຕອນ ທີ່ມຸ້ງໜ້າສູ່ອະນາຄົດ ໂດຍມີຜູ້ຮັບຜິດຊອບ ແລະ ຜູ້ຊ່ຽວຊານດ້ານຂະແໜງວິຊາດີຈີຕອນຈາກມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ 145 ແຫ່ງມາເຂົ້າຮ່ວມ.
ຄຳເຫັນ
0