黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທີ່​ປຶກສາ​ແຫ່ງ​ລັດ​ຈີນ

2019-11-18 10:17:30 CRI

ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດໄທ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ເວີ້​ຍ​ເຟີ້​ງ​ເຫີ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃນຕອນ​ເຊົ້າວັນທີ 17 ພະຈິກ​ນີ້ ຢູ່​ນະຄອນຫຼວງບາງກອກ.

ກ່ອນ​ອື່ນ, ທ່ານ​ປຣະຍຸດ ຈັນ​ໂ​ອຊາ ​ໄດ້ຝາກຄວາມ​ຢື້​ຢາມ​ຖາມ​ຂ່າວດ້ວຍ​ຄວາມ​ຈິງ​ໃຈ​​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ໄປ​ຍັງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ສຽງ​ໂດຍ​ຜ່ານ​ທ່ານ​ເວີ້​ຍ​ເຟີ້​ງ​ເຫີ ​ແລະ ກ່າວ​ວ່າ: ຝ່າຍ​ໄທ​ມີ​ຄວາມ​ປະຕິ​ຊົມ​ຊື່ນທີ່​ເຫັນ​ວ່າ, ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄທ-ຈີນ​ໄດ້​ໄປມາຫາສູ່​ຢ້ຽມຢາມ​ກັນ​​ເລື້ອຍໆ, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ກ້າວ​ເຂົ້າສູ່​ລວງ​ເລິກ. ຝ່າຍ​ໄທ​​ເຫັນ​ດີ​ຕໍ່​ການ​ປະຕິບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວຢ່າງເດັດດ່ຽວໜຽວ​ແໜ້ນ, ຕັ້ງໜ້າ​ເຂົ້າຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”. ປີ 2020, ການ​ສ້າງຕັ້ງສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຈະ​ບັນຈົບ​ຄົບຮອບ 45 ປີ​ແລ້ວ, ຝ່າຍ​ໄທ​ຫວັງ​ວ່າ​ຈະ​ຖື​ເອົາ​ເຫດການ​ດັ່ງກ່າວ​ເປັນ​​ໂອກາດ​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົ​ງ​ເຂດ​ຕ່າງໆ ​ເຊັ່ນ: ດ້ານ​ເສດຖະກິດ​ການ​ຄ້າ​ເປັນຕົ້ນ, ຍິນ​ດີ​ຕ້ອນຮັບ​ຝ່າຍຈີນ​ໄປລົງທຶນຢູ່​ໄທ​ໃຫ້ຫຼາຍກວ່າ​ເກົ່າ, ຫວັງ​ວ່າ​ສອງ​ກອງທັບ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການຝຶກ​ຊ້ອມ​ຮ່ວມ​ແລະ​ການ​ຊ້ອມ​ຮົບ​ຮ່ວມ, ດ້ານອາວຸດ​ຍຸດ​ໂທ​ປະກອນ-​ເຕັກ​ໂນ​ໂລ​ຊີ, ຄວາມ​ໝັ້ນຄົງ​ລະຫວ່າງຫຼາຍຝ່າຍ ​ແລະ​ອື່ນໆ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ໃຫ້ກ້າວ​ຂຶ້ນສູ່ລະດັບ​ໃໝ່.

ທ່ານ​ເວີ້​ຍ​ເຟີ້​ງ​ເຫີ ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ​ແລະ​ພອນ​ໄຊ​ອັນ​ປະ​ເສີດຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ສຽງ​ເຖິງ​ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ແລະ ກ່າວ​ວ່າ: ກອງທັບ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ໄທ ​ເພື່ອ​ຈັດຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຮັກສາ​ການ​ປະສານ​ງານ​ກັນ​​ໃນ​ຂອບຫຼາຍຝ່າຍ ​ແລະ ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0