ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ພະຈິກນີ້, ທ່ານ ອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງບາງກອກປະເທດໄທ ໂດຍໄດ້ແນະນຳສະພາບທີ່ກ່ຽວຂ້ອງຂອງການພົບປະລະຫວ່າງທ່ານ ເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນກັບທ່ານ ມາກ ເອສເປີ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ. ທ່ານ ອູຊ່ຽນ ກ່າວວ່າ: ການພົບປະຄັ້ງນີ້ມີບັນຍາກາດທີ່ຕັ້ງໜ້າແລະມີລັກສະນະສ້າງສັນ. ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການພົວພັນລະຫວ່າງສອງປະເທດກໍຄືສອງກອງທັບຈີນ-ອາເມຣິກາແລະບັນຫາພົ້ນເດັ່ນໃນສາກົນແລະພາກພື້ນທີ່ສົນໃຈຮ່ວມກັນ,ແລະໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຈຳນວນໜຶ່ງ.ສອງຝ່າຍໄດ້ເຫັນເປັນເອກະພາບກັນວ່າ:ການພົວພັນລະຫວ່າງສອງກອງທັບຈີນແລະອາເມຣິກາແມ່ນພາກສ່ວນທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ,ການຂະຫຍາຍການພົວພັນລະຫວ່າງສອງກອງທັບໃຫ້ໝັ້ນທ່ຽງແລະປອດໃສບໍ່ພຽງແຕ່ມີຜົນດີຕໍ່ສອງປະເທດແລະສອງກອງທັບເທົ່ານັ້ນ,ຫາກຍັງມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກອີກດ້ວຍ.
ທ່ານ ອູຊ່ຽນ ກ່າວຕື່ມວ່າ: ທ່ານ ເວີ້ຍເຟີ້ງເຫີ ໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ,ທະເລຈີນໃຕ້,ບັນຫາກ່ຽວກັບຮົງກົງແລະບັນຫາອື່ນໆ. ໃນບັນຫາທະເລຈີນໃຕ້,ຈີນມີຄວາມອົດທົນອົດກັ້ນແລະມີຄວາມຕັດສິນໃຈຢ່າງເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາອະທິປະໄຕເໜືອດິນແດນ,ສິດແລະຜົນປະໂຫຍດທາງທະເລໃນທະເລຈີນໃຕ້ ແລະ ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້,ຈີນຮຽກຮ້ອງໃຫ້ອາເມຣິກາຢຸດຕິການສະແດງແສນຍານຸພາບທາງການທະຫານຂອງຕົນຢູ່ທະເລຈີນໃຕ້,ຢຸດຕິການສ້າງຄວາມວຸ້ນວາຍທີ່ພາໃຫ້ສະຖານະການຢູ່ທະເລຈີນໃຕ້ຮ້າຍແຮງຂຶ້ນຕື່ມ.
ຄຳເຫັນ
0