尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 6 ແບບ​ເປີດກວ້າງຢູ່​ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ

2019-11-19 11:40:03 cri

ກອງ​ປະ​ຊຸມ​ເປີດກວ້າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 6 ​ແບບ​ເປີດກວ້າງໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນຕອນ​ບ່າຍ​ວັນ​ທີ 18 ພະ​ຈິກ​ນີ້. ທ່ານ ເວີ້ຍ​ເຟີ້ງ​ເຫີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ.
 

ທ່ານ ເວີ້ຍ​ເຟີ້ງ​ເຫີ ກ່າວ​ວ່າ: ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​ໃໝ່​ແບບ “ຮ່ວມ​ກັນ,ກວມ​ລວມ, ​ຮ່ວມ​ມື,​ຍືນ​ຍົງ” ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກນັ້ນ,ເປັນ​ການ​ສະ​ໜອງ​ທັດ​ສະ​ນະ​ໃໝ່​​ໃຫ້​ແກ່​ການສ້າງ​ເສັ້ນ​ທາງ​ແຫ່ງ​ຄວາມ​ໝັ້ນ​ຄົງ​ບົນ​ພື້ນ​ຖານ​ການ​ຮ່ວມ​ກັນ​ສ້າງ,ການຊົມ​ໃຊ້​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໂລກ​ໃນ​ປັດ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​​ສະ​ຖາ​ນະ​ການ​ທີ່​ມີການ​ປ່ຽນ​ແປງ​​ອັນໃຫຍ່​ຫຼວງ​​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບຮ້ອຍ​ປີ​ຜ່ານ​ມາ,ໂດຍ​ຜະ​ເຊີນ​​ໜ້າກັບ​ໄພ​ຂົ່ມ​ຂູ່​ແລະ​ສິ່ງທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​​ປະ​ເພດຕ່າງໆ,ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ,ຊຸກ​ຍູ້​ການ​ສ້າງ​ກົນ​ໄກກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽ​ນ​ແບບ​ເປີດກວ້າງໃຫ້​ກ້າວ​ໄປ​ໜ້າຢ່າງ​ໝັ້ນ​ທ່ຽງ,ນຳ​ພາ​​ການ​ພັດ​ທະ​ນາ​ດ້ານການ​ຮ່ວມ​ມື​ທີ່​ແທ້​ຈິງ​​ໃຫ້ເຂົ້າ​ສູ່​ລວງ​ເລິກ,ຮັດ​ແໜ້ນ​ການ​ແລກ​ປ່ຽນ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ,ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ,ສະ​ຖຽນ​ລະ​ພາບ​ແລະສັນ​ຕິ​ພາບ​ຢ່າງ​ຖາ​ວອນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.
 

ກອງ​ປະ​ຊຸມ​ຍັງໄດ້​ປຶກ​ສາ​ຫາ​ລື​ຜ່ານ “ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ເປີດກວ້າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​​​ແບບ​ເປີດກວ້າງວ່າ​ດ້ວຍ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ຍືນ​ຍົງ”.

ຄຳ​ເຫັນ

0