蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ-ຣັດ​ເຊຍສົນ​ທະ​ນາ​ກັນ​ຜ່ານ​ທາງວິ​ດີ​ໂອ​ ເພື່ອ​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເປີດນຳ​ໃຊ້​ທໍ່​ສົ່ງ​ອາຍ​ແກັດ​ທຳ​ມະ​ຊາດສາຍຕາ​ເວັນ​ອອກຈີນ-ຣັດ​ເຊຍ

2019-12-03 15:36:21 CRI

圖片默認標題_fororder_zhongetongqi1

     ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 2 ທັນ​ວານີ້, ຢູ່​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ຜ່ານ​ທາງວິ​ດີ​ໂອ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ເພື່ອ​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເປີດ​ນຳ​ໃຊ້​ທໍ່​ສົ່ງອາຍ​ແກັດ​ທຳ​ມະ​ຊາດ​ສາຍ​ຕາ​ເວັນ​ອອກ​ຈີນ-ຣັດ​ເຊຍ.

     ທ່ານ​ສີ​ຈິ້ນ​ຜິງແລະ​ທ່ານ​ປູ​ຕິນ​ທີ່​ພວມຢູ່​ໂຊ​ຊີ​ໄດ້​ສົ່ງ​ຄວາມຢື້​ຢາມ​ຖາມ​ຂ່າວເຊິ່ງ​ກັນ​ແລະ​ກັນ​ຜ່ານ​ທາງວິ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ການ​ເປີດ​ນຳ​ໃຊ້​ທໍ່​ສົ່ງ​ອາຍ​ແກັດ​ທຳ​ມະ​ຊາດ, ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ບັນ​ດາຜູ້ກໍ່​ສ້າງ​ທັງ​ຫຼາຍຂອງ​ສອງ​ປະ​ເທດ. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ທໍ່​ສົ່ງອາຍ​ແກັດ​ທຳ​ມະ​ຊາດ​ສາຍ​ຕາ​ເວັນ​ອອກ​ແມ່ນ​ໂຄງ​ການທີ່​ເປັນ​ຂີດ​ໝາຍ​ຂອງ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ຈີນ-ຣັດ​ເຊຍ, ຍັງ​ແມ່ນ​ແບບ​ຢ່າງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ຝ່າຍ.

圖片默認標題_fororder_zhongetongqi2

     ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປີນີ້​ແມ່ນ​ປີ​ທີ່​ຈີນ-ຣັດ​ເຊຍ​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ຂ້າ​ພະ​ເຈົ້າ​ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນໄດ້​ຮ່ວມ​ກັນ​ປະ​ກາດ​ການ​ຂະ​ຫຍາຍ​ສາຍພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່​ຈີນ-ຣັດ​ເຊຍ, ໄດ້​ເປັນ​ເອ​ກະ​ພາບ​ກັນຕົກ​ລົງ​ວ່າ​ຈະ​ສືບ​ຕໍ່​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກາຍ​ເປັນບູ​ລິ​ມະ​ສິດ​ຂອງ​ສາຍ​ພົວ​ພັນການ​ຕ່າງ​ປະ​ເທດຈີນ-ຣັດ​ເຊຍ, ລົງ​ເລິກ​ການ​ປະ​ສານ​ງານຍຸດ​ທະ​ສາດແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ. ປະ​ຈຸ​ບັນ, ຈີນ​ແລະ​ຣັດ​ເຊຍ​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະ​ຂໍ້​ກະ​ແຈທີ່​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຕົນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່. ຫວັງວ່າສອງ​ຝ່າຍຈົ່ງ​ສືບ​ຕໍ່ສຸມ​ຄວາມ​ພະ​ຍາ​ຍາມ, ສ້າງ​ໂຄງ​ການທີ່​ເປັນ​ສັນ​ຍາ​ລັກ​ຄືດັ່ງ​ໂຄງ​ການ​ທໍ່​ສົ່ງ​ອາຍ​ແກັດ​ທຳ​ມະ​ຊາດ​ສາຍ​ຕາ​ເວັນ​ອອກ​ໃຫ້​ຫຼາຍກວ່າ​ເກົ່າ, ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ, ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ໄດ້ດີກວ່າ​ເກົ່າ.

     ທ່ານ​ປູ​ຕິນ​ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດທີ່​ຣັດ​ເຊຍ-ຈີນຈະ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ກັນຄົບ​ຮອບ 70 ປີ, ທໍ່​ສົ່ງ​ອາຍ​ແກັດ​ທຳ​ມະ​ຊາດ​ສາຍ​ຕາ​ເວັນ​ອອກ​ຣັດ​ເຊ​ຍ-ຈີນກໍ​ໄດ້​ເປີດ​ນຳ​ໃຊ້​ແລ້ວນັ້ນ ແມ່ນມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ, ຈະ​ເຮັດ​ໃຫ້​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

     ທໍ່​ສົ່ງອາຍ​ແກັດ​ທຳ​ມະ​ຊາດ​ສາຍ​ຕາ​ເວັນ​ອອກ​ຈີນ-ຣັດ​ເຊຍ​ເລີ່ມ​ແຕ່​ຊີ​ເບີ​ຣີຕາ​ເວັນ​ອອກ​ຂອງ​ຣັດ​ເຊຍ, ຜ່ານບ​ລາ​ໂກ​ຟ​ເຊັນ​ສ​ກ໌​ເຂົ້າ​ສູ່​ເມືອງ​ເຮິ່ຍ​ເຮີ ແຂວງ​ເຮິ່ຍ​ລົງ​ຈ່ຽງ​ຂອງ​ຈີນ. ພາຍ​ໃນ​​ດິນແດນ​ຣັດ​ເຊຍ, ທໍ່​ສົ່ງດັ່ງ​ກ່າວ​ຍາວ​ປະ​ມານ 3000 ກິ​ໂລ​ແມັດ, ພາຍ​ໃນ​ແດນ​ຈີນ, ທໍ່​ສົ່ງ​ທີ່​ສ້າງ​ຂຶ້ນ​ໃໝ່​ຍາວ 3371 ກິ​ໂລ​ແມັດ, ແລະ​ໄດ້​ນຳ​ໃຊ້​ທໍ່​ສົ່ງທີ່​ມີ​ຢູ່​ແລ້ວ 1740 ກິ​ໂລ​ແມັດ.

ຄຳ​ເຫັນ

0