蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະ​ຊຸກ​ຍູ້​ສະ​ມາ​ຊິກ APEC ໃຫ້​ມີ​ຄວາມຈະ​ເລີນຮຸ່ງ​ເຮືອງ​ຮ່ວມ​ກັນ

2019-12-04 16:25:31 CRI

     ຕາມ​ຂ່າວ CRI: ວັນ​ທີ 4 ທັນ​ວານີ້, ທ່ານມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ: ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ພາບກອງ​ປະ​ຊຸມ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິ​ກຫຼື APEC ​ປີ 2020, ມາ​ເລ​ເຊຍ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ຂອງ​ພາກ​ພື້ນອາ​ຊີ​ປາ​ຊີ​ຟິກ, ຮ່ວມ​ກັນ​ຮັບ​ມື​ກັບ​ຄວາມບໍ່​ແນ່ນອນ, ແລະ​ຊຸກ​ຍູ້​ໃຫ້​ມີ​ຄວາມ​ຈະ​ເລີນ​ຮ່ວມ​ກັນ.

     ມື້​ດຽວ​ກັນ, ລັດ​ຖະ​ບານ​ມາ​ເລ​ເຊຍໄດ້​ຈັດ​ພິ​ທີ​ເລີ່ມ​ຕົ້ນ​ກະ​ກຽມ​ຈັດ​ກອງ​ປະ​ຊຸມອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກໃນ​ປີ​ໜ້າ​ຢູ່ເຊ​ເບີ​ກາ​ຢາ.

     ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ມາ​ຮາ​ເທຍ​ກ່າວ​ວ່າ: ວັດ​ທະ​ນະ​ທຳ​ອາ​ຊີ​ສົ່ງ​ເສີມ​ການ​ຊົມ​ໃຊ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ມາ​ເລ​ເຊຍ​ໄດ້​ກຳ​ນົດ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ປີ 2020 ວ່າ“ນຳ​ໃຊ້​ກຳ​ລັງ​ບົ່ມ​ຊ້ອນ​ຂອງມວນ​ມະ​ນຸດ​ຢ່າງ​ເຕັມ​ທີ່ ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ”.

     ທ່ານ​ຊີ້​ໃຫ້​ເຫັນ​ວ່າ: ປີ 2020 ເປັນ​ປີ​ທີ່​ສຳ​ຄັນ​ສຳ​ລັບ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ, ສະ​ມາ​ຊິກ​ຂອງ​ອົງ​ການ​ດັ່ງ​ກ່າວ​ຈະ​ປະ​ກາດວິ​ໄສ​ທັດ​ການ​ຮ່ວມ​ມື​ຫຼັງ​ປີ 2020, ເພື່ອ​ກຳ​ນົດ​ທິດ​ທາງ​ຢ່າງ​ຈະ​ແຈ້ງ​ຕໍ່ອະ​ນາ​ຄົດ​ຂອງ​ອົງ​ການ​ດັ່ງ​ກ່າວ.

ຄຳ​ເຫັນ

0