ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 5 ທັນວານີ້, ເມື່ອກ່າວເຖິງ “ສັນຍາວ່າດ້ວຍຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ”, ທ່ານກ່າວເຟີ່ງ, ໂຄສົກກະຊວງການຄ້າຈີນກ່າວວ່າ, ການສຳຫຼວດກວດກາເອກະສານທາງກົດໝາຍຂອງສັນຍາດັ່ງກ່າວໄດ້ເລີ່ມຂຶ້ນພາຍໃນອາທິດນີ້ແລ້ວ, ຝ່າຍຕ່າງໆຍິນດີໃຫ້ອິນເດຍເຂົ້າຮ່ວມໂດຍໄວເທົ່າທີ່ຈະໄວໄດ້.
ທ່ານກ່າວເຟິ່ງຊີ້ໃຫ້ເຫັນວ່າ, “ປັດຈຸບັນ, ຝ່າຍຕ່າງໆຂອງ RCEP ໄດ້ຊຸກຍູ້ວຽກງານກ່ຽວຂ້ອງໂດຍອີງຕາມທິດທາງທີ່ໄດ້ກຳນົດໄວ້ໃນກອງປະຊຸມຜູ້ນຳ RCEP . ການສຳຫຼວດກວດກາເອກະສານທາງກົດໝາຍໄດ້ເລີ່ມຂຶ້ນພາຍໃນອາທິດນີ້ແລ້ວ, ຝ່າຍຕ່າງໆພວມດຳເນີນວຽກງານດັ່ງກ່າວຢູ່ນະຄອນຫຼວງຈາກາກຕາປະເທດອິນໂດເນເຊຍ, ສະມາຊິກກ່ຽວຂ້ອງກໍ່ພວມແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາທີ່ຄົງຄ້າງຈຳນວນໜຶ່ງກ່ຽວກັບການອະນຸຍາດໃຫ້ເຂົ້າເຖິງຕະຫຼາດເຊິ່ງກັນແລະກັນ.”
ຄຳເຫັນ
0