鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ​ຢ່າ​ກື່ງຫີນ​ຕັນ​ທາງ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນອີກ

2019-12-07 14:07:35 cri

   ວັນ​ທີ 6 ທັນ​ວານີ້,​ ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI​ອອກ​ບົດວິ​ຈານທີ່​ພາດຫົວ​ຂໍ້​ວ່າ “ຊັກ​ຊວນ​ອາ​ເມ​ລິ​ກາ​ຢ່າ​ສູ່​ເປັນ​ກ້ອນ​ຫີນ​ຕັນ​ທາງ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນອີກ”.

   ​ບົດ​ຄວາມດັ່ງ​ກ່າວ​ຂຽນ​ວ່າ,ຫວ່າງ​ກ່ອນນີ້​ບໍ່​ດົນ,ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ“ຮ່າງ​ກົດ​ໝາຍ​ວ່າ​ດ້ວຍນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ເຜົ່າ​ອຸຍ​ເກີ2019“​ຢ່າງ​ເປີດ​ແປນ, ໃສ່​ຮ້າຍ​ປ້າຍ​ສີ​ຢ່າງ​ບັງ​ອາດ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ, ​ກ່າວໂຈມ​ຕີ​ນະ​ໂຍ​ບາຍ​ປົກ​ຄອງ​ເຂດ​ຊິ່ນ​ຈ່ຽງ​ຂອງ​ລັດ​ຖະ​ບານ​ຈີນ,ເຊິ່ງ​ເປັນ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ. ຮ່າງ​ກົດ​ໝາຍສະ​ບັບ​ດັ່ງ​ກ່າວ​ໄດ້​ ​ເຜີຍແບ​ຢ່າງ​ເຕັມ​ທີ່​ໃຫ້​ເຫັນອາ​ເມ​ລິ​ກາປະ​ຕິ​ບັດ​ສອງ​ມາດ​ຕະ​ຖານ​ໃນ​ບັນ​ຫາ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະຖື​ສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​ມາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ,ສົ່ງ​ສັນ​ຍານ​ຜິດ​ທີ່​ໜັກ​ໜ່ວງ​ຕໍ່​ອິດ​ທິ​ກຳ​ລັງ​ຮຸນ​ແຮງ​ແລະ​ອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ, ເຊິ່ງ​ຖືກປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ.

   ບົດ​ຄວາມ​ຊີ້​ອອກວ່າ,ໃນ​ຊຸມປີ​ມໍ່​ໆ​ມານີ້,ການ​ກະ​ທຳທີ່​ເປັນ​ຕາ​ຊັງຂອງອາ​ເມ​ລິ​ກາ​ທີ່​​ຖື​ສິດ​ທິ​ມະ​ນຸດເປັນ​ຂໍ້​ອ້າງ​ໃນ​ການ​ຢຽບ​ຢ່ຳ​ສິດ​ທິ​ມະ​ນຸດ ແລະ​ປະ​ຕິ​ບັດ​ລັດ​ທິ​ມະ​ຫາ​ອຳ​ນາດ, ໄດ້​​ຖືກ​ປະ​ຊາ​ຊົນ​ທົ່ວ​ໂລກ​ພ້ອມ​ກັນ​ກ່າວ​ປະ​ນາມ. ສິ່ງ​ທີ່ຮ້າຍແຮງກວ່າ​ນັ້ນ​ແມ່ນ,ອາ​ເມ​ລິ​ກາ​ໄດ້​ຖື​ທັດ​ສະ​ນະ​ອະ​ຄະ​ຕິໃນ​ບັນ​ຫາ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ບິດ​ເບືອນ​ຄວາມ​ຈິງ,ທຳ​ລາຍ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ໜັກ​ໜ່ວງ.

   ບົດ​ຄວາມເນັ້ນ​ວ່າ,ບັນ​ຫາຊິ່ນ​ຈ່ຽງບໍ່​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ຊົນເຜົ່າແລະ​ສາ​ສະ​ໜາ, ຫາກ​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ການ​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ການ​ກໍ່​ການ​ຮ້າຍ ແລະ​ຕໍ່​ຕ້ານ​ການແບ່ງແຍກ​​ດິນ​ແດນ. ​ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດ​​ຕິການ​ກະ​ທຳ​ຊົ່ວ​ຮ້າຍ​ໃນ​ການ​ສວຍ​ໃຊ້​ບັນ​ຫາ​ຊິ່ນ​ຈ່ຽງ​ເປັນ​ຂໍ້​ອ້າງ​ມາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ທັນ​ທີ, ປະ​ຖິ້ມສອງ​ມາດ​ຕະ​ການ​ຢ່າງແທ້ຈິງ,​ກະທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເພື່ອ​ຕໍ່​ຕ້ານລັດ​ທິ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ ແລ​ະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ. ຢ່າ​ກື່ງ​ຫີນ​ຕັນ​ທາງ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນອີກ!

ຄຳ​ເຫັນ

0