何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຂ່ງ​ຂັນ​ເຮືອ​ໃບ​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈັດ​ຂຶ້ນ​ຢູ່​ໄທ

2019-12-07 16:10:26 CRI

ແຕ່​ວັນ​ທີ 6-7 ທັນ​ວາ​ນີ້, ການ​ແຂ່ງ​ຂັນ​ຮອບ​ທຳ​ອິດ​ຂອງການ​ແຂ່ງ​ຂັນ​ເຮືອ​ໃບ​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປິ2019 ​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ພູ​ເກັດ​ປະ​ເທດ​ໄທ. ທິມ​ນັກ​ກິ​ລາ​ເຮືອ​ໃບ 73 ​ທິມ​ຂອງຫຼາຍ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.

 

ການ​ແຂ່ງ​ຂັນ​ເຮືອ​ໃບ​ຄັ້ງ​ນີ້​ແມ່ນ​ສະ​ມາ​ຄົມ​ກິ​ລາ​ເຮືອ​ໃບ ແລະ Windsurfing ຈີນ, ພະ​ແນກ​ກິ​ລາ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ່ວງກວາງ​ຊີ, ອົງ​ການ​ປົກ​ຄອງ​ນະ​ຄອນ​ເປີຍ​ໄຫ​ເຂດກວາງ​ຊີ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.

 

ທ່ານ​ລູ​ອີ້​ເວີນ ຮອງ​ຫົວ​ໜ້າ​ພະ​ແນກ​ກິ​ລາ​ເຂດກວ​າງ​ຊີ​ໃຫ້​ຮູ້​ວ່າ, ການ​ແຂ່ງ​ຂັນ​ເຮືອ​ໃບ​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ມີ​ຈຸດ​ປະ​ສົງ​ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ພັດ​ທະ​ນາ​ຂອງ​ກິ​ລາ​ເຮືອ​ໃບ​ຢູ່​ຈີນ ແລະ ບັນ​ດາ​ປະ​ເທດ​ອາ​​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ກໍ​ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ການ​ເມືອງ ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ແລະ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ສານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົ​ນ ແລະ ການ​ຖອດ​ຖອນ​ບົດ​ຮຽນ​ເຊີ່ງ​ກັນ​ລະ​ກັນ​ຂອ​ງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

 

ການ​ແຂ່ງ​ຂັນ​ເຮືອ​ໃບ​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 12 ມັງ​ກອນ 2020, ໂດຍ​ຈະ​ຈັດ​ຢູ່​ນະ​ຄອນ​ເປີຍ​ໄຫ​ຈີນ, ສິງ​ກະ​ໂປ, ແລະ ພູ​ລາວ ລັງ​ກາ​ວີ​ປະ​ເທດ​ມາ​ເລ​ເຊຍ, ແລະ​ຈະ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ຕ່າງໆ.

ຄຳ​ເຫັນ

0