徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ສ.ເກົາ​ຫຼີແລະ​ອາ​ເມ​ຣິ​ກາ​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບກ່ຽວ​ກັ​ບ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ

2019-12-08 13:53:12 cri

ຕາມ​ຂ່າວCRI: ວັນ​ທີ 7 ທັນ​ວາ​ນີ້, ທ່ານ​ມູນ ແຈ ອິນ, ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ໄດ້​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂດ​ນານ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ.

 

ຕາມ​ການ​ແນະ​ນຳ​ໂດຍ​ໂຄ​ສົກ​ຂອງ​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ກ​ເກົາ​ຫຼີໃຫ້​ຮູ້​ວ່າ, ຜູ້​ນຳ​ຂອງ​ສ.ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ໄດ້​​ເປັນ​ເອ​ກະສັນ​ກັນເຫັນ​ວ່າ, ຫວ່າງ​ມໍໆ​ນີ້​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາ​ຫຼີ​ມີ​ຄວາມ​ເຄັ່ງ​ຕຶງຂຶ້ນ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ​ລະ​ຫວ່າງ​ສ.ປ.ປ​ເກົາ​ຫຼີ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຜົນ​ສຳ​ເລັດ​ໂດຍ​ໄວ, ຕ້ອງ​ການ​ຮັກ​ສາ​ທ່ວງ​ທ່າ​ການ​ສົນ​ທະ​ນາ​ຢ່າງ​ຕໍ່​ເນື່ອງ. ນອກ​ນີ້, ສອງ​ຝ່າຍ​ກ່າວ​ນຳ​ກັນ​ວ່າ, ປັດ​ຈຸ​ບັນ​ນີ້​​ປະ​ມຸກ​ລັດ​ສ.ເກົາ​ຫຼີ-ອາ​ເມ​ຣິ​ກາ​ປຶກ​ສາ​ຫາ​ລື​ກັນ​ມີ​ຄວາມ​ຈຳ​ເປັນ​ຫຼາຍ, ຖ້າ​​ມີ​ຄວາມ​ຕ້ອງ​ການ​ສອງ​ຝ່າຍ​ຄວນ​ແລກ​ປ່ຽນ​ກັນທາງໂທ​ລະ​ສັບ​​ໃນ​ທຸກ​ເວ​ລາ.

ຄຳ​ເຫັນ

0