徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ພົບ​ປະ​ທ່ານ​ຫວາງ​ຢີ້

2019-12-08 13:52:35 cri

ຕາມ​ຂ່າວCRI:ວັນ​ທີ 7 ທັນ​ວາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ວີນ ໝີນ, ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຫວາງ​ອີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ຈີນ.

 

   ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຈີນ​ຈະ​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ໃຫ້​ມຽນ​ມາ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ໃຫ້​ມຽນ​ມາ​ປົກ​ປ້ອງ​ສິດ​​ຜົນ​ປະ​ໂຫຍດຢ່າງ​ເປັນ​ທຳ​ແລະກຽດ​ສັກ​ສີແຫ່ງ​ຊາດ​ໃນ​ເວ​ທີ​ສາ​ກົນ, ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ການ​ພັດ​ທະ​ນາ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ. ພວ​ກ​ເຮົາ​​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ມຽນ​ມາ​ທີ່​ໄດ້​ຍຶດ​ໝັ້ນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຈີນ​ໃນ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງຜົນ​ປະ​ໂຫຍ​ດ​ໃຈ​ກາງ​ຂອງ​ຈີນ​ແລະ​ບັນ​ຫາສຳ​ຄັນ​ທີ່​ຈີນ​ໃຫ້​ຄວາມ​ສົນ​ໃຈ​.

 

   ທ່ານ​ຫວາງ​ອີ້​ກ່າວ​ວ່າ, ປີ 2020 ແມ່ນ​ຈີນ-ມຽນ​ມາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ມຽນ​ມາ​ສະ​ຫຼຸບ​ບົດ​ຮຽນ​ຢ່າງ​ສຳ​ເລັດ​ຜົນ​ໃນດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ວ​າງ​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຮ່ວມ​ກັນ, ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ຕ່າງໆ​ໃຫ້​ດີ​ແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ມຽນ​ມາ​ກ້າວ​ເຂົ້າ​ສູ່ລະ​ດັບ​ໃໝ່, ແລະ​​ຍຸກ​ສະ​ໄໝ​ໃໝ່.

ຄຳ​ເຫັນ

0