莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​​ຫວາງຢີ້​ພົບ​ປະ​ກັບ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ

2019-12-08 15:55:48 CRI

ວັນ​ທີ 7 ທັນ​ວານີ້, ຢູ່​ເນ​ບີ​ໂດ, ທ່ານ​​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ.

ທ່ານ​​ຫວາງຢີ້​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ມຽນ​ມາ​ເພື່ອ​ຊຸກ​ຍູ້​​ໃຫ້ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ຈາກ​ແຜນ​ການ​ເຂົ້າ​ສູ່​ໄລ​ຍະ​ການກໍ່​ສ້າງ​ຕົວ​ຈິງ, ເພື່ອ​ສ້າງ​ເປັນ​ໂຄງ​ການ​ຕົວ​ແບບ​ຂອງ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ຈີນ-ມຽນ​ມາ. ການ​ເຊື່ອມ​ໂຍ​ງ​ພື້ນ​ຖານ​ໂຄງ​ລ່າງ​ແມ່ນ​ໂຄງ​ສ້າງ​ຂອງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ, ສອງ​ຝ່າຍ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ຢ່າງ​ແທ້​ຈິງ. ສອງ​ຝ່າຍ​ຍັງ​ຄວນ​ເລັ່ງ​ລັດ​ຊຸກ​ຍູ້​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກຽວ​ພູ ແລະ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຊາຍ​ແດນ​ຈີນ-ມຽນ​ມາ​ເປັນ​ຕົ້ນ.

ທ່ານ​ວາງຢີ້​ກ່າວ​ວ່າ, ​ແຕ່​ໃດ​ມາ, ຈີນກໍ່​ໄດ້​ສົ່ງ​ເສີມ​ການ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຊາດ​ຫັນ​ແບບ​ເປັນ​ປະ​ຊາ​ທິ​ປະ​ໄຕ, ຍຶດ​ໝັ້ນ​ໃຫ້​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ, ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ບໍ່​ເຫັນ​ດີ​ສ້າງ​ບັນ​ຫາ​ສອງ​ຝ່າຍ​ໃຫ້​ເປັນຫຼາຍ​ຝ່າຍ. ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນ​ແມ່ນ​ການ​ເຕີບ​ໂຕ​ຂອງ​ກຳ​ລັງ​ສັນ​ຕິ​ພາບ, ເຊິ່ງ​ຈະ​ນຳ​ເອົາ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລກ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອ້ອມ​ຂ້າງ. ໃນ​ຂະ​ບວນ​ວິ​ວັດ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ຂອງ​ມຽນ​ມາ​ໃນ​ຕໍ່​ໄປ​ພາຍ​ໜ້າ, ຈີນ​ຈະ​ຍຶດ​ໝັ້ນ​ຢືນ​ຮຽງ​ກັນ​ກັບ​ປະ​ຊາ​ຊົນ​ມຽນ​ມາ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0