蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສົ່ງ​ດາວ​ທຽມ 6 ໜ່ວຍຂຶ້ນ​ສູ່​​ອະວະ​ກາດ​ດ້ວຍ​ຈະ​ຫຼວດ​ລຳ​ດຽວ​ຢ່າງ​ສຳ​ເລັດ​ຜົນ

2019-12-08 14:10:24 CRI

圖片默認標題_fororder_huojian1

     ຕາມ​ຂ່າວ CRI: ເວ​ລາ 16 ໂມງ 52 ນາ​ທີຂອງວັນ​ທີ 7 ທັນ​ວານີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ໄທ້​ຢວນ, ຈີນ​ໄດ້​ສົ່ງ​ດາວ​ທຽມເຮີ​ເຕີ​ເລກ 2 A/B, ດາວ​ທຽມ​ທ່ຽນ​ອີ 16/17 ແລະ​ດາວ​ທຽມ​ທ່ຽນ​ສີ​ເລກ 4 A/B ຂຶ້ນ​ສູ່​ອະ​ວະ​ກາດດ້ວຍ​ຈະ​ຫຼວດ​ຍານ​ສົ່ງ​ຄ້ວຍ​ໂຈ່​ເລກ 1 ກ. ຢ່າງ​ສຳ​ເລັດ​ຜົນ. ປະ​ຈຸ​ບັນ, ດາວ​ທຽມໄດ້​ເຂົ້າ​ສູ່​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ຢ່າງ​ສະ​ດວກ ເຊິ່ງ​ໄດ້​ສຳ​ເລັດ​ໜ້າ​ທີ່​ຢ່າງ​ຈົບ​ງາມ.

圖片默認標題_fororder_huojian2

     ນີ້​ແມ່ນ​ການ​ສົ່ງ​ຈະ​ຫຼວດ​ຄັ້ງ​ທີ 2 ພາຍ​ໃນເວ​ລາ 6 ຊົ່ວ​ໂມງ​ຢູ່​ສູນ​ສົ່ງ​ດາວ​ທຽມ​ໄທ້​ຢວນ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ການ​ສົ່ງ​ເຄື່ອງ​ບິນ​ຂຶ້ນ​ສູ່ອະ​ວະ​ກາດ​ຂອງ​ຈີນ.

ຄຳ​ເຫັນ

0