黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ພິ​ເສດ​ຂອງລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ບັນ​ຫາ​​ຕາ​ເວັນ​ອອກ​ກາງຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ບົນ​ພື້ນ​ຖານ​​ຫຼັກ​ການສາ​ກົນ

2019-12-09 15:30:39 cri

ວັນ​ທີ 8 ທັນ​ວາ​ນີ້​ໃນ​ໄລ​ຍະ​ຢ້ຽມ​ຢາມ​ປາ​ກີ​ສະ​ຖານ, ທ່ານ​ຈາຍ​ຈ່ວນ ທູດ​ພິ​ເສດ​ຂອງ​ລັດ​ຖະ​ບານຈີນ​ກ່ຽວ​ກັບ​ບັນ​ຫາ​​ຕາ​ເວັນ​ອອກ​ກາງໄດ້​ເນັ້ນ​ໜັກ​ເຖິງ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ປາ​ແລັ​ສ​ຕິນ​ກັບ​ອິ​ສ​ຣາ​ແອນ​ອີກ​ຄັ້ງ​ໜຶ່ງ, ດຍຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ບົນ​ພື້ນ​ຖານ​ຫຼັກ​ການສາ​ກົນ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ທັນ​ວາ​ນີ້, ທ່ານ​ຈາຍ​ຈ່ວນ​ກ່າວ​ວ່າ, ຈີນ​ຍ້ອງ​ຍໍ​ແລະ​ສະ​ໜັບ​ສະ​ໜູນ​ປາ​​ແລັ​ສ​ຕິນທີ່​ເລືອກ​ຍຸດ​ທະ​ສາດ​ການ​ແກ້​ໄຂ​ບັນ​ຫາ​ປາ​ເລັ​ສ​ຕິນ​ດ້ວຍ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ແລະ​ມີ​ຈຸດ​ຢືນ​ໃນ​ການ​ຍຶດ​ໝັ້ນ​ “ແຜນ​ການ​ສ້າງ​ເປັນສອງ​ປະ​ເທດ”, ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ແລະ​​ຕາມ​ຫຼັກ​ການ​ສາ​ກົນ​ຕ່າງໆ​ເຊັ່ນ: ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫ​ະ​ປະ​ຊາ​ຊາດ, ຫຼັກ​ການ “ດິນ​ແດນ​ແລກເອົາ​ສັນ​ຕິ​ພາບ”, “ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ອາ​ຣັບ” ແລະ​ອື່ນໆ, ສະ​ແຫວງ​ຫາ​ວິ​ທີ​ແກ້​ໄຂ​ທີ່​ປາ​ເລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ລ້ວນ​ແຕ່​​ສາ​ມາດຮັບ​ເອົາ​ໄດ້​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ກັນ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ດ້ວຍ​ການ​ເຈ​ລະ​ຈາ.

ທ່ານ​ຈາຍ​ຈ່ວນ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ໄດ້​ມີ​ທ່າ​ທີ​ຂາດຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ບໍ່​ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ສັນ​ຕິ​ພາບ​​ກໍ​ຄື​ການ​ແກ້​ໄຂ​ບັນ​ຫາ​​ຂອງພາກ​ພື້ນ.

ຄຳ​ເຫັນ

0