黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ.ເກົາ​ຫຼີ​ປະ​ກາດ​ວ່າ​ໄດ້​ດຳ​ເນີນ “ການ​ທົດ​ລອງ​ສຳ​ຄັນ​ທີ່​ສຸດ” ຄັ້ງ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ

2019-12-09 10:57:55 cri

ວັນ​ທີ 8 ທັນ​ວາ​ນີ້, ໂຄ​ສົກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດການ​ປ້ອງ​ກັນ​ປະ​ເທດ​ສ​ປ​ປ.ເກົາ​ຫຼີ​ກ່າວ​ວ່າ, ຕອນ​ບ່າຍ​ວັນ​ທີ 7 ທັນ​ວາ​ນີ້, ສ​ປ​ປ.ເກົາ​ຫຼີ​ໄດ້​ດຳ​ເນີນ​ “ການ​ທົດ​ລອງ​ຄັ້ງ​ສຳ​ຄັນ​ທີ່​ສຸດ” ຄັ້ງ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຖານ​ສົ່ງ​ດາວ​ທຽມ​ໂຊ​ເຮ.

ວັນ​ທີ 8 ທັນ​ວາ​ນີ້, ຂ່າວ​ສານ​ສູນ​ກາງ​ເກົາ​ຫຼີ​ໄດ້​ນຳ​ເອົາ​ຖະ​ແຫຼງ​ການ​ຂອງ​ໂຄ​ສົກ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ປ້ອງ​ກັນ​ປະ​ເທດ​ສ​ປ​ປ.ເກົາ​ຫຼີ​ລາຍ​ງານ​ວ່າ, ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ປ້ອງ​ກັນ​ປະ​ເທດ​ສ​ປ​ປ.ເກົາ​ຫຼີ​ໄດ້​ລາຍ​ງານ “​ຜົນ​ສຳ​ເລັດ” ຂອງ​ການ​ທົດ​ລອງ​ທີ່​ມີ​ “ຄວາມ​ໝາຍ​ສຳ​ຄັນ” ​ຄັ້ງ​ນີ້ຕໍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານເກົາ​ຫຼີ. ແຕ່​ບົດ​ລາຍ​ງານ​ດັ່ງ​ກ່າວ​ບໍ່​ໄດ້​ເວົ້າ​ເຖິງ​ເນື້ອ​ໃນ​ລະ​ອຽດ​ຂອງ​ການ​ທົດ​ລອງ.

ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ, “​ຜົນ​ສຳ​ເລັດ​ທີ່ສຳ​ຄັນ​ຂອງ​ການ​ທົດ​ລອງ​ຄັ້ງ​ນີ້​ຈະ​​ສະ​ແດງບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ການ​ປ່ຽນ​ແປງ​​ສະ​ຖາ​ນະ​ພາບ​ທາງ​ຍຸດ​ທະ​ສາດ​ຂອງ ສ​ປ​ປ.ເກົາ​ຫຼີ​ອີກ​ຄັ້ງ​ໜຶ່ງ​ໃນ​ໄລ​ຍະ​ອີກ​ບໍ່​ດົນ​ຕໍ່​ໜ້າ​ນີ້.​”

ຄຳ​ເຫັນ

0