黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ພົບ​ປະ​ກັບຜູ້ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ

2019-12-09 10:59:29 cri

圖片默認標題_fororder_微信圖片_20191209105801

ຕາມ​ຂ່າວ CRI: ວັນ​ທີ 8 ທັນ​ວາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານມິນ​ອອງ​ລາຍ ​ຜູ້ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ຢູ່ນະ​ຄອນມານ​ດາ​ເລ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ແມ່​ນ​ກຳ​ລັງ​ສຳ​ຄັນ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ມຽນ​ມາ​​ກໍ​ຄືມິດ​ຕະ​ພາບ​ລະ​ຫວ່າງ​ຈີນກັບ​ມຽນ​ມາ. ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫ​ວ່າງກອງ​ທັບ​ຈີນ-ມຽນ​ມາ​ແມ່ນ​ພາກ​ສ່ວນ​​ທີ່ສຳ​ຄັນ​ຂອງ​ມິດ​ຕ​ະ​ພາບ​ຖານ​ອ້າຍ​ນ້ອງ​ຈີນ-ມຽນ​ມາ. ຈີນ​ຍິນ​ດີ​ຖື​​ເອົາການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 70 ປີ​ໃນ​ປີ​ໜ້າ​ເປັນ​ໂອ​ກາດ​ທີ່​ດີ, ຮ່ວມ​ກັບ​ລັດ​ຖະ​ບານ​ແລະ​ກອງ​ທັບ​ມຽນ​ມາ​ເສີມ​ຂະ​ຫຍາຍ ມິດ​ຕ​ະ​ພາບ​ຖານ​ອ້າຍ​ນ້ອງ​ຈີນ-ມຽນ​ມາ, ເລັ່ງ​ລັດ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ” ແລະ​ແລວເສດ​ຖະ​ກິດ​ຈີນ-ມຽນ​ມາ, ສຸມ​ສຳ​ລັງ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ຊຸກ​ຍູ້​​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່.

ທ່ານມິນ​ອອງ​ລາຍ ກ່າວ​ວ່າ, ຈີນ​ແມ່ນອ້າຍ​ນ້ອງ​ແລະ​ເພື່ອນ​ມິດ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​​ໄດ້ຈົນ​ເທົ່າ​ໃດໆ​ຂອງ​ມຽນ​ມາ. ​ກອງ​ທັບ​ມຽນ​ມາ​​ໃຫ້​ການສະ​ໜັບ​ສະ​ໜູນລັດ​ຖະ​ບານ​ມຽນ​ມາ​ກັບ​ຈີນ​ໃນ​ການ​ເສີມ​ຂະ​ຫຍາຍ​​ເນື້ອ​ໃນ​ຈິດ​ໃຈ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກຳ​ນົດເປົ້າ​ໝາຍ​ໃໝ່​ແລະ​ເລັ່ງ​ລັດ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຊຸ​ກ​ຍູ້​ການ​ກໍ່​ສ້າງ​ແລວ​​ເສດ​ຖະ​ກິດ​ມຽນ​ມາ​-ຈີນ​ຢ່າງ​ແທ້​ຈິງ. ມຽນ​ມາ​ຈະ​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ມຽນ​ມາ​ກັບ​ຈີນ, ເລັ່ງ​ລັດ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ຢູ່​ພາກ​ເໜືອ​ຂອງ​ມຽນ​ມາ.

ຄຳ​ເຫັນ

0