李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ກ່າວ​ປະ​ນາມ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ ທີ່​ຜ່ານ​ຮ່າງກົດ​ໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ

2019-12-09 17:25:42 cri

ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ ບໍ່​ເອົາ​ຫົວ​ຊາ​ນຳການ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ຝ່າຍ​ຈີນ​, ໄດ້​ຜ່ານ​ການ​ຮັບ​ຮອງ​ຮ່າງກົດ​ໝາຍວ່າ​ດ້ວຍ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ອຸຍ​ເກີ​ປີ 2019, ປະ​ຊາ​ຄົມ​ໂລກ​ເຫັນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ ​ອາ​ເມ​​ຣິ​ກາ ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ, ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ເຂດ​ຊິ່ນ​ຈ່ຽງ, ໃສ່​ຮ້າຍ​​ປ້າຍ​ສີຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ກຳ​ຈັດ​ທ່າ​ອ່ຽງ​ການ​ຫັນ​ເປັນ​ຫົວ​​ຮຸນ​ແຮງ, ເຊິ່ງ​ໄດ້​ເຜີຍ​​ໃຫ້​ເຫັນ 2 ມາດ​ຕະ​ຖານ​ກ່ຽວ​ກັບ​ບັນ​ຫາ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອາ​ເມ​​ຣິ​ກາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ໄດ້​ອອກ​ຖະ​ແຫຼງ​ການ, ກ່າວ​ປະ​ນາມ​ສະ​​ພາ​ຕ່ຳ​ອາ​ເມ​​ຣິກາ​ທີ່​ຜ່ານ​ການ​ຮັບ​ຮອງກົດ​ໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ ເຊິ່ງ​ເປັນ​ການ​ຝ່າ​ຝືນ​ກົດ​ໝາຍ​ສາ​ກົນ, ແລະ​ກໍ່​ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ອອກ​ຖະ​ແຫຼງ​ການ​ໂດຍ​ຊີ້​ອອກວ່າ, ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ໄດ້​ກາຍ​ເປັນ​ການ​ກະ​ທຳ​ຕາມ​ປົກ​ກະ​ຕິ​ຂອງ​ອາ​ເມ​ຣິ​ກາ​ແລ້ວ.

ທ່ານ​ບາມ​ບາງ ຊູ​ໂຢ​ໂນ, ປະ​ທານ​ສູນ​ຄົ້ນ​ຄວ້າ​ການ​ປະ​ດິດ​ສ້າງ​ອາ​ຊີ​​ເຊິ່ງ​ເປັນ​ຄັງ​​ປັນ​ຍາອິນ​ໂດ​ເນ​ເຊຍ, ປະ​ທານກອງ​ທຶນ​​ນານ​ຢາງ​ອາ​ຊຽນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຮ່າງກົດ​ໝາຍກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ​ທີ່​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຜ່ານ​ການ​ຮັບ​ຮອງ​ນັ້ນ ແມ່ນ​ບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຢ່າງ​ຮ້າຍ​ແຮງ, ແມ່ນ​ຕົວ​ຢ່າງ​​ຂອງ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ລັດ​ທິ​ແຊກ​ແຊງຢ່າງ​ຈະ​ແຈ້ງ.

ຄຳ​ເຫັນ

0