鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊິ່ນ​ຈ່ຽງ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຍົກ​ຍ້າຍ​ຜູ້ທຸກ​ຍາກ​ເຂົ້າ​ໄປ​ຢູ່​ເຮືອນ​ໃໝ່​ເກືອບ1,7ແສນ​ຄົນ

2019-12-09 15:22:38 cri

   ກ່ອນ​ເຂົ້າ​ສູ່​ລະ​ດູ​ໜາວ, ຊາວ​ນາ​ແລະ​ຊາວ​ລ້ຽງ​ສັດຜູ້​ທຸກ​ຍາກງວດ​ສຸດ​ທ້າຍ​ຂອງເຂດ​ຊິ່ນ​ຈ່ຽງ​ໄດ້​ຍົກ​ຍ້າຍຈາກເຂດ​ພູ​ດອຍ​ແລະ​ເຂດ​ທະ​ເລ​ຊາຍເຂົ້າໄປຢູ່​ເຮືອນທີ່​​ລັດ​ຖະບານ​ແລ​ະ​ອົງ​ການ​ປົກ​ຄອງ​ທ້ອ​ງ​ຖິ່ນ​ຈັດ​ສັນ​ໃຫ້​ຢູ່​ເຂດ​ສີ​ຂຽວ​ແລະ​​ເຂດທົ່ງ​ພຽງ. ມາ​ຮອດ​ປັດ​ຈຸ​ບັນ,ເຂດ​ຊິ່ນ​ຈ່ຽງ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຍົກ​ຍ້າຍ​ຈັດ​ສັນ​ຜູ້ທຸກ​ຍາກ​ໄປ​ສະ​ຖານ​ທີ່​ໃໝ່​ຕາມ​ແຜນ​ການ5ປີ​ຄັ້ງ​ທີ13ຢ່າງ​ຮອບ​ດ້ານ, ໂດຍ​ມີ40146ຄອບ​ຄົວ ​ລວມ​ມີ169,4ພັນ​ຄົນ​ເຂົ້າໄປ​ຢູ່​ເຮືອນ​ໃໝ່.

   ​ຢູ່​ເມືອງ​ເຢ້​ເຊີງ​ເຂດ​ກາ​ສ,ນັບ​ແຕ່​ປີ2017ເປັນ​ຕົ້ນ​ມາ,​ຜູ້​ທຸກ​ຍາກຈຳ​ນວນ3150ຄອບ​ຄົວ ລວມ​ມີ140ພັນ​ຄົນ​ທີ່​ມາ​ຈາກ3ເມືອງເຂ​ດ​ພູ​ດອຍໄດ້​ຖືກ​ຈັດ​ສັນ​ໃຫ້​ມາ​ຢູ່​ເຂດ​ອັກ​ທາ​ສ ​ແລະກາຍ​ເປັນ​ເຂດ​ຈັດ​ສັນຍົກ​ຍ້າຍ​ທີ່​ໃຫຍ່ກວ່າ​ໝູ່​ໃນ​ເຂດ​ຊິ່ນ​ຈ່ຽງ.

ຄຳ​ເຫັນ

0