李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາກາວ​ຈີນ​ກ່າວ​ວ່າ: ຕ້ອງ​ສ້າງ​ເຂດ​ມາ​ກາວ​ໃຫ້​ດີ ແລະ ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວສອງ​ລະ​ບອບ” ໃຫ້​ດີ

2019-12-09 17:24:40 cri

ວິ​ທະ​ຍຸ​​ໂທ​ລະ​ພາບ​ສູນ​ກາງ​ຈີນ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂຮ​ຢັດ​ແຊງ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຈີນ​ກ່າວ​ວ່າ: ນັບ​ແຕ່​ມາ​ກາວ​ກັບ​ຄືນ​​ສູ່ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ, ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດແນວ​ທາງ  “ປະ​ເທດ​ດຽວສອງ​ລະ​ບອບ” . ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຊຸດ​ໃໝ່​ຈະ​ຍຶດ​ໝັ້ນ​ແນວ​ຄິດ “ຮ່ວມ​ກັນ​ບຸກ​ໜ້າ​ກ້າວ​ໄປ, ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ການ​ປະ​ດິດ​ສ້າງ​ໃໝ່”, ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ທີ່​ມີ​ສີ​ສັນ​ພິ​ເສດ​ມາ​ກາວ​ໃຫ້​ກ້າວ​ເດີນໄປ​ໜ້າ.

ທ່ານ​​ໂຮ​ຢັດ​ແຊງ ກ່າວ​ວ່າ, ເຂດ​ມາ​ກາວ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ—ຮົງ​ກົງ—​ມາ​ກາວ, ເຊື່ອມ​ໂຍງ​ເຂົ້າກັບ​ສະ​ພາບ​ແວດ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ, ຊຸກ​ຍູ້​​ໃຫ້​ເສດ​ຖະ​ກິດ​ມີການ​ພັດ​ທະ​ນາ​​​ຫຼາກຫຼາຍ​ຢ່າງ​​ເໝາະສົມ. ເຂດ​ມາ​ກາວ​ຈະ​ຮ່ວມ​ກັນ​ກັບ​ຕົວ​ເມືອງ​ຕ່າງໆ​ໃນ​ເຂດ​ອ່າວ​ໃຫຍ່ ຄົ້ນ​ຄວ້າ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ທ່ອງ​ທ່ຽວ​ເທື່ອ​ດຽວໄດ້​ຫຼາຍ​ບ່ອນ, ແກ້​ໄຂ​ບັນ​ຫາ​ໃນ​ດ້ານ​ຄວາມ​ສາ​ມາດ​ຮັບ​ຮອງ​ແຂກ​​ທີ່ບໍ່​ພຽງ​ພໍ, ເສີມ​ຂະ​ຫຍາຍ​ທ່າ​ແຮງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ໃຊ້​ພາ​ສາປອກ​ຕຸຍ​ການ, ເຮັດ​ວຽກ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ.

ຄຳ​ເຫັນ

0