吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານປົກຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊີ່ນ​ຈ່ຽງ​ກ່າວ​ວ່າ, ​ອາ​ເມ​ລິ​ກາ​ບໍ່​ຄວນ​ປະ​ຕິ​ບັດ​ສອງ​ມາດ​ຖານ​ໃນ​ບັນ​ຫາ​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ກຳຈັດກຸ່ມຫົວ​ຮຸນ​ແຮງ

2019-12-09 15:20:18 CRI

    ວັນ​ທີ 9 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ລັດ​ຖະ​ບານ​ຈີນ, ທ່ານ​ເຊກ​ລາຍ​ດີ ຊາກ ຮອງ​ເລ​ຂາ​​ຄະ​ນະ​ພັກ ທັງ​ເປັນປະ​ທານ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊີ່ນ​ຈ່ຽງ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ການຮັບ​ຮອງ “ຮ່າງກົດໝາຍວ່າດ້ວຍນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ອຸຍ​ເກີ2019”, ນີ້​ເປັນການລະເມີດຫຼັກການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ການ​ພົວ​ພັນ​ສາ​ກົນຢ່າງຮ້າຍແຮງ, ແມ່ນ​ການ​ກະ​ທຳ​ທີ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮຸນ​ແຮງ. ມ​າດ​ຕະ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ກຳຈັດກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຈີນ​ປະ​ຕິ​ບັດ​ຕໍ່​ເຂດ​ຊິ່ນ​ຈ່ຽງໂດຍພື້ນຖານແລ້ວ ບໍ່​ແຕກ​ຕ່າງຫຍັງ​ກັບ​ມາດ​ຕະ​ການຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ກຳຈັດກຸ່ມ​ຫົວ​ຮຸນ​ແຮງ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ ເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ.

ຄຳ​ເຫັນ

0