吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ແລະ ໄທ​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ຂອງກອງ​ທຶນສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

2019-12-09 15:14:44 CRI

圖片默認標題_fororder___172.100.100.3_temp_9500033_1_9500033_1_1_86c922a0-8fcb-4f15-a36f-7fe0333878ff

    ຕາມ​ຂ່າວCRI: ວັນ​ທີ 6 ທັນ​ວາ​ນີ້, ທ່ານລວີ໋​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທຮ່ວມ ກັບ ສາດ​ສະ​ດາ​ຈ​ານ​ສໍ​ຣະ​ນິດ ສິນ​ທຳ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ອຸ​ດົມ​ສຶກ​ສາ ວິ​ທະ​ຍາ​ສາດ ວິ​ໄຈ ແລະ ນະ​ວັດ​ຕະ​ກຳ​ໄທ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບໃນຂອບກອງ​ທຶນສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຢູ່​ນະ​ຄ​ອນ​ຫຼວງ​ບາງກອກ.
    ໃນ​ພິ​ທີ​ເຊັນ​ສັນ​ຍາ, ທ່ານລວີ໋​ຈ້ຽນ​ກ່າວ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຖື​ເອົາຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ​ເປັນ​ພື້ນ​ຖານ, ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ເອົາ​ໃຈ​ໃສ່ບັນຫາທີ່ປະຊາຊົນໃນພາກພື້ນໃຫ້ຄວາມສົນໃຈ. ຈີນ​ຍິນ​ດີ​ຮ່​ວມ​ມື​ກັບ​ປະ​ເທດ​ເຂດ​ລ່ອງ​ແມ່​ນ້ຳ​ຂອງ ເຊິ່ງ​ລວມ​ທັງ​ປະ​ເທດ​ໄທ​ເພື່ອ​ລົງ​ເລິກ​ໂຄງ​ການຮ່ວມ​ກັນປ້ອງ​ກັນການແຜ່ລະບາດຂອງ​ພະ​ຍາດ​ຂ້າ​ມ​ຊາດ.
     ສາດ​ສະ​ຕາ​ຈ​ານ​ສໍ​ຣະ​ນິດ ສິນ​ທຳໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນໄທພາຍໃຕ້ຂອບຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊື່ອວ່າ ໂຄງການໃໝ່ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທັງຫຼາຍໃນພາກພື້ນ ແລະ ສ້າງເຄືອຂ່າຍສາທາລະນະສຸກ ແລະ ສຸຂະພາບແບບຍືນຍົງໃນພາກພື້ນ.

ຄຳ​ເຫັນ

0