鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນີ​ເຊຣີ:ປະ​ເທດ​ອື່ນ​ບໍ່​​ຄວນ​ແຊກ​ແຊງວຽກ​ງານ​ຂອງ​ຮົງ​ກົງ​ຈີນ

2019-12-09 15:21:13 cri

圖片默認標題_fororder_704371200

  ​ທ່ານ​ອາ​ມິ​ນູ ບາ​​ເຊີ​ ວາ​ລີ,ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ນີ​ເຊ​ຣີ​​ທີ່​ເຄີຍ​ເປັນ​ເອກ​ອັກ​ລັດ​ຖະ​ທູດ​ປະ​ຈຳ​ຈີນ, ແລະ​ເຄີຍ​ຢ້ຽມ​ຢາມ​ຮົງ​ກົງ​ໃນ​ເວ​ລາ​ທີ່ທ່ານ​ ​ຍັງ​ຢູ່​ໃນຕຳ​ແໜ່ງ, ໄດ້​ສຳ​ຜັດ​ກັບ​ພຶດ​ຕິ​ກຳ​​ຕົວ​ຈິງ​ໃນການ​ປະ​ຕິ​ບັດ​ແນວ​ທາງ“ປະ​ເທດ​ດຽວ​ສອງ​ລະ​ບອບ”​​ຢ່າງສຳ​ເລັດ​ຜົນ​ຢູ່​ຈີນ​.

   ອະ​ດີດນັກ​ການ​ທູດ​ຜູ້​ອາ​ວຸ​ໂສ​ຂອງ​ນີ​ເຊຣີ​ທ່ານນີ້​ເຄີຍ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ສະ​ພາບຄວາມວຸ້ນ​ວາຍ​ຢູ່​ຮົງ​ກົງ​ໃນ​ຫຼາຍ​ເດືອນ​ຜ່ານ​ມານີ້​ເຮັດ​ໃຫ້​ຄົນ​ຄັບ​ແຄ້ນ​ແໜ້ນໃຈ​ຫຼາຍ, ທ່ານ​ເຫັນ​ວ່າ​ວຽກ​ງານ​ຂອງ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອ​ງ​ຈີນ,ປະ​ເທດ​ອື່ນ​ບໍ່​ຄວນ​ເຂົ້າ​ແຊກ​ແຊງ.ທ່ານ​ເຫັນ​ວ່າ,ໃນ​ອະ​ນາ​ຄົດ ​ປະ​ເທດຕ​າ​ເວັນ​ຕົກ​ບໍ່​ສາ​ມາດເປັນ​ກຳ​ລັງນຳ​ໜ້າ​ທາງ​ການ​ເ​ມືອງ​ຂອງ​ສາ​ກົນ​ໄປຕະ​ຫຼອດ​ການ, ​ໃຜໆ​ກໍ​ຮູ້​ດີ​ວ່າ​ຕ້ອງ​ຮ່ວມ​ມື​ກັບ​​ຈີນ ທີ່​ເປັນປະ​ເທດ​ໃຫຍ່​ທີ່​ຈະ​ເລີນ​ໃໝ່​ແລະ​ໄດ້​ຮັບ​ການຍອມ​ຮັບ​ຈາກ​ປະ​ຊາ​ຄົມ​ໂລກ, ຈິ່ງ​ສາ​ມາດ​ສ້າງ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ໃຫ້​ໂລກໄດ້.

ຄຳ​ເຫັນ

0