鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​​​ສ້າງສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ຮັບ​ປະ​ກັນ​ດ້ານ​ລະ​ບອບ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ

2019-12-10 11:02:56 cri

  ​ວັນ​ທີ9ທັນ​ວານີ້ ​ທ່ານ​ເຢີນ​ຮົງ​​ປີ່ນ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ:ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​, ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ບໍ່​ຢຸດຢັ້ງ, ລະ​ດົມພະ​ລັງ​ຊີ​ວິດ ແລະ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ລະ​ບຽບ​ການ​ດ້ວ​ຍ​ການ​ປະ​ດິດ​ສ້າງ, ຊອກ​ໃຫ້​ເຫັນ​ລະ​ບົບ​ລະ​ບຽບ​ການຄຸ້ມ​ຄອງ​​​ແລະນະ​ໂຍ​ບາຍ​ແບບ​ໃໝ່,ສົ່ງ​ເສີມ​ໃຫ້​ຕ່າງ​ປະ​ເທດ​ລົງ​ທຶນ​ໃນ​ອຸດ​ສາ​ຫະ​ກຳ​​ແລະ​ຂົງ​ເຂດ​ທີ່​ຈະ​ເລີນ​ໃໝ່, ​ຈະ​ສືບ​ຕໍ່​ສ້າງສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ຮັບ​ປະ​ກັນ​ດ້ານ​ລະ​ບຽບການ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ.

   ໃນ​ປີ2019ນີ້ ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນຍັງ​ໄດ້​ເຕີບ​ໂຕ​ທ່າມ​ກາງ​ສະ​ພາບ​ການ​ທີ່​ບໍ່​ແນ່ນອນ. ຕາມ​ສະ​ຖິ​ຕິ​ໃໝ່​ທີ່​​ທາງ​ການ​ເປີດ​ເຜີຍ,ນັບແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ພະ​ຈິກ​ປີນີ້,ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸເຖິງ 28.500 ​ຕື້ຢວນ,ເພີ່ມ​ຂຶ້ນ​ຫຼາຍກວ່າໄລ​ຍະດຽວ​ກັນ​ຂອງ​ປີ​ກາຍ​ເຖິງ2,4%, ຄາດ​ວ່າ ຍອດ​ມູນ​ຄ່າ​​ທາງການ​ຄ້າໝົດ​ປີ​ຈະ​ບັນ​ລຸ​ເຖິງ3ໝື່ນ​ຕື້ຢວນ. ຄວາມ​ໄວຂອງ​ການ​ເຕີບ​ໂຕ​ໃນ​ການ​ຄ້າ​ສົ່ງ​ອອກ​ຂອງ​ຈີນ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ​ທົ່ວ​ໂລກ.

ຄຳ​ເຫັນ

0