黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປົກ​ຄອງ​ເຂ​ດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ: ອິດ​ທິ​ກຳ​ລັງ​ໃດໆ​ກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຂະ​ບວນ​ການ​ພັດ​ທະ​ນາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ເຂດ​ຊິ່ນ​ຈ່ຽງ

2019-12-10 15:25:12 cri

ວັນ​ທີ 9 ທັນ​ວາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ເຊີ​ເກີ​ໄລ​ທິ ຈາ​ເກີ ຮອງ​ເລ​ຂາ​ຄະ​ນະ​ພັກ​ທັງ​ເປັນ​ປະ​ທານ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ກ່າວ​ວ່າ, ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ຜ່ານ​ການ​ຮັບ​ຮອງ​ຮ່າງກົດ​ໝາຍວ່າ​ດ້ວຍ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ອຸຍ​ເກີ​ປີ 2019 ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນ​ຖານ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ​ເປັນການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ. ທ່ານ​ເນັ້ນ​ໜັກ​ວ່າ, ຂະ​ບວນ​ການ​ພັດ​ທະ​ນາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ເຂດ​ຊິນ​ຈ່ຽງ​ແລະ​ບາດ​ກ້າວ​​ເດີນ​ແຫ່ງ​ຄວາມ​ສາ​ມັກ​ຄີຂອງປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊິນ​ຈ່ຽງ​​ອິດ​ທິ​ກຳ​ລັງ​ໃດໆກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​​ໄດ້.

ທ່ານ​ເຊີ​ເກີ​ໄລ​ທິ ຈາ​ເກີ ກ່າວ​ວ່າ, ເຂດ​ປົກ​ຄອງ​ຕົນ​ເອ​ງ​ຊິ່ນ​ຈ່ຽງ​ແມ່ນ​ຈຸດ​ສຳ​ຄັນ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ລັດ​ຖະ​ບານ​ຈີນ​ໄດ້​ວາງ​ນະ​ໂຍ​ບາຍ​ພິ​ເສດ​ຕ່າງໆ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ຊິນ​ຈ່ຽງ, ສູນ​ກາງ​ຈີນ​ໄດ້​​ຈັດ​ສັນໃຫ້​ງົບ​ປະ​ມານ​ເກືອບ 400 ຕື້ຢວນ​ໃຫ້​ແກ່​ເຂດ​ຊິນ​ຈ່ຽງ​ໃນ​​ແຕ່​ລະ​ປີ,  ມີ 19 ແຂວງ​ແລະ​ກຳ​ແພງນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ລົງ​ທຶນ​ໃນ​ຈຳ​ນວນ 15 ຕື້ກວ່າ​ຢວນ​ໃນ​ແຕ່​ລະ​ປີ​ເພື່ອ​ຊ່ວຍ​ເຫຼື​ອ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊິ່ນ​ຈ່ຽງ​ໃນ​ການ​ພັດ​ທະ​ນາ. ໃນ​ຫຼາຍ​ປີ​ຜ່ານ​ມາ, ​ສັງ​ຄົມ​ຢູ່ເຂດ​ປົກ​ຄອງ​ຕົນ​ເອງ​​ຊິ່ນ​ຈ່ຽງ​​ມີ​ຄວາມ​ໝັ້ນ​ທ່ຽງ, ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ຊົນ​ເຜົ່າ​ຕ່​າງໆ​ສາ​ມັກ​ຄີ​ກັນ, ສາ​ສະ​ໜາ​ຕ່າງໆ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້ດີ​ຂຶ້ນ​ແລະ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ.

ຄຳ​ເຫັນ

0