黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຣັດ​ເຊຍ​ກ່າວ​ວ່າ: ຣັດ​ເຊຍ​​ຄວນຍື່ນອຸ​ທອນ​ຕໍ່​ການ​ຂວ້ຳ​ບາດຈາກ WADA

2019-12-10 15:24:10 cri

ວັນ​ທີ 9 ທັນ​ວາ​ນີ້, ທ່ານ​ດິ​ມິ​ຕ​ຣີ ​ເມດ​ເວ​ເດ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ກ່າວ​ວ່າ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຂອງ​ຣັດ​ເຊຍ​ຄວນ​ຍື່ນອຸ​ທອນ​ຕໍ່​ສານ​ກິ​ລາ​ສາ​ກົນ​ຍ້ອນ​ອົງ​ການ​ຕໍ່​ຕ້ານ​ສານ​ກະ​ຕຸ້ນ​ສາ​ກົນ​ຫຼື WADA ຕົກ​ລົງ​ຂວ້ຳ​ບາດ​ຣັດ​ເຊຍ.

ວັນ​ທີ 9 ທັນ​ວາ​ນີ້, ຄະ​ນະ​ບໍ​ລິ​ຫານ​ງານ WADA ໄດ້​ປ່ອນ​ບັດ​ຜ່ານການ​ຮັບ​ຮອງ​ຂໍ້​ຕົກ​ລົງ​ຫຼາຍ​ຂໍ້​ກ່ຽວ​ກັບ​ການ​ຂວ້ຳ​ບາດ​ຣັດ​ເຊຍ, ລວມ​ທັງ​ຍົກ​ເລີກຖາ​ນະ​ເປັນ​ສະ​ມາ​ຊິກ​ WADA ຂອງ​ອົງ​ການ​ຕໍ່​ຕ້ານ​ສານ​ກະ​ຕຸ້ນ​ຣັດ​ເຊຍ​ຫຼື RUSADA, ຫ້າມ​ບໍ່​ໃຫ້​ນັກ​ກິ​ລາ​ຣັ​ດ​ເຊຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສາ​ກົນ​ຕ່າງໆ​ເຊັ່ນ: ງານ​ກິ​ລາ​ໂອ​ລິມ​ປິກ, ການ​ແຂ່ງ​ຂັນ​​ລະ​ດັບ​ໂລກ, ຫ້າມ​ບໍ່​ໃຫ້​ຣັດ​ເຊຍ​ຈັດ​ຫຼື​ຮ້ອງ​ຂໍ​ຈັດ​ການ​ແຂ່ງ​ຂັນ​ລະ​ດັບ​ໂລກ​ໃນ​ໄລ​ຍະ 4 ປີ​ແລະ​ອື່ນໆ. ສ່ວນ​ນັກ​ກິ​ລາ​ຣັດ​ເຊຍ​ທີ່​ບໍ່​ເຄີຍ​ໃຊ້​ສານ​ກະ​ຕຸ້ນ​ຍັງ​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຕ່າງໆ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່​​ສາ​ມາດ​ຕິດທຸງ​ຊາດ​ແລະ​ເຄື່ອງ​ໝາຍ​ກ່ຽວ​ພັນ​ເຖິງ​ຣັດ​ເຊຍ. RUSADA ສາ​ມາດ​​ຍື່ນອຸ​ທອນ​ຕໍ່ WADA ໃນ​ໄລ​ຍະ 21 ວັນ, ​ແລ້ວສານ​ກິ​ລາ​ສາ​ກົນ​ຈະ​ຕັດ​ສິນຄຳ​ອຸ​ທອນ​​ດັ່ງ​ກ່າວ.

ຄຳ​ເຫັນ

0