鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ແນ​ມ​ແຕ່​ປະ​ເທດ​ຊາດ​ນັບ​ມື້​ນັບ​ດີ​ຂຶ້ນ ອະ​ນາ​ຄົດ​ຂອງ​ມາ​ກາວ​ກໍ​ຍ່ອມ​ນັບ​ມື້​ນັບ​ດີ​ຂຶ້ນຄຽງ​ຄູ່​ກັນ​ຢ່າງ​ແນ່ນອນ

2019-12-10 14:26:19 cri

圖片默認標題_fororder_48283297

   ຫວ່າງ​ກ່ອນນີ້​ບໍ່​ດົນ,ທ່ານ​ເ​​ຮີໂຮ້​ຮ​ວາ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຢູ່​ມາ​ກາວ ໂດຍ​ກ່າວ​ວ່າ, ເມື່ອ​ມາ​ກາວ​ກັບ​ຄືນ​ສູ່ປະ​ເທດ​ເປັນ​ເວ​ລາ20ປີ​ມານີ້,ການ​ພັດ​ທະ​ນາ​ຂອງ​ມາ​ກາວ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຢ່າງ​ແໜ້ນ​ແຟ້ນ,ມາ​ກາວ​ຄວນ​ກຳ​ໂອ​ກາດ​ການ​ພັດ​ທະ​ນາ​ທີ່​ດີ​ຂອງ​ປະ​ເທດ​ຊາດ,​ປະ​ຕິ​ບັດ​ຕາມ​ຫຼັກ​ການ“ປະ​ເທດ​ດຽວ​ສອງ​ລະ​ບອບ”ຢູ່​ມາ​ກາວ​ຢ່າງ​ໝັ້ນ​ທ່ຽງ.

   ທ່ານ​ເຮີ​ໂຮ້​ຮ​ວ​າ​ກ່າວວ່າ,​ຊາວ​ມາ​ກາວ​ໄດ້​ກຳ​ຊາ​ຕາ​ກຳ​ຂອງ​ມາ​ກາວ​ໃຫ້​ຕິດ​ແໜ້ນ​ກັບ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ຊາດ​ຢ່າງ​ຕື່ນ​ຕົວ,ຈິ່ງ​ຈະ​ສາ​ມາດ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ​ການ​ສ້າງ​ສາ​ເຂດ​ອ່າວໃຫຍ່ກວາງ​ຕຸ້ງ-​ຮົງ​ກົງ​-ມາ​ກາວ​ໄດ້​ຢ່າງ​ຕັ້ງ​ໜ້າ,ສາ​ມາດ​ສະ​ແຫວງ​ຫາ​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ເຂດ​ພິ​ເສດ​ແລະ​ຂອງ​ສ່ວນ​ຕົວ​ໂດຍ​ເດີມ​ຕາມ​ແຜນ​ການ​ພັດ​ທະ​ນາ​ມະ​ຫາ​ພາກ​ຂອງ​ປະ​ເທດ​ຊາດ. ທ່າ​ນ​ກ່າວ​ເປັນ​ພິ​ເສດ​ວ່າ, ເວົ້າ​ສຳ​ລັບ​ມາ​ກາວ​ແລ້ວ, ການ​ສ້າງ​ສາເຂດ​ອ່າວມ​ໃຫ​ຍ່ກວາງ​ຕຸ້ງ-​ຮົງ​ກົງ​-ມາ​ກາວ ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດການ​ພັດ​ທະ​ນາ​ທີ່​ຫາ​ຍາກ​ໃນ​ຫຼາຍ​ປີ​ຜ່ານ​ມາ​ເທົ່າ​ນັ້ນ,ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ແກ້​ໄຂ​​ຂອດ​ຈຳ​ກັດ​ຕໍ່​ການ​ພັດ​ທະ​ນາ​ຍ້ອນ​ມາ​ກາວ​ເປັນ​ເຂດ​ນ້ອຍ​ແລະ​ມີ​ຊັບ​ພະ​ຍາ​ກອນ​ໜ້ອຍ ແລະ​ອື່ນໆ.

ຄຳ​ເຫັນ

0