鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທສະ​ໜັບສະ​ໜູນ​​ຄວາມ​ຕັດ​ສິນ​ໃຈ​ຂອງລັດ​ຖະ​ບານ​ຈີນ​ໃນ​ກາ​ນ​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ແລະສະ​ເຖຍ​ລະ​ພາບ​ຂອງ​ຮົງ​ກົງ

2019-12-10 11:00:01 cri

   ວັນ​ທີ9ທັນ​ວານີ້,ທ່ານ​ອະ​ພິ​ສິດ ເວດ​ຊະ​ພ​ຊິ​ວະ ອະ​ດີ​ດ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ,ອະ​ດີດ​ຫົວ​ໜ້າ​ພັກ​ປະ​ຊາ​ທິ​ປະ​ໄຕ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ຜ່ານ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ຮົງ​ກົງ​ຢູ່​ນະ​ຄອນ​ຫຼວງ​ບາງກອກ ໂດຍ​ກ່າວ​ວ່າ,ການ​ກະ​ທຳ​ຂອງ​ອາ​ເມ​​ຣິ​ກາ​ດັ່ງ​ກ່າວ​ເປັນ​ການ​ເຂົ້າ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ອາ​ເມ​ລິ​ກາ​ສ້າງ​ກົດ​ໝາຍ​ເອົາ​ເອງ ມັນ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ຕໍ່​ປະ​ເທດ​ອື່ນ. ໄທສະ​ໜັບສະ​ໜູນ​​ຄວາມ​ຕັດ​ສິນ​ໃຈ​ຂອງລັດ​ຖະ​ບານ​ຈີນ​ໃນ​ກາ​ນ​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ແລະສະ​ເຖຍ​ລະ​ພາບຂອງ​ຮົງ​ກົງ.

   ທ່ານ​ອ​ະ​ພິ​ສິດ​ເຫັນ​ວ່າ,ບັນ​ຫາ​ຮົງ​ກົງ​​ສະ​ຫຼັບ​ຊັບ​ຊ້ອນ​ຫຼາຍ,ຢູ່​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ກໍ​ໄດ້​ຜະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທີ່​ຄ້າຍ​ຄື​ກັນ. ຢູ່​ໄທ​ກໍ​ເຄີຍ​ເກີດ​ເຫດ​ການ​ຄ້າຍ​ຄື​ກັນ​ຫຼາຍ​ເທື່ອ,ໃນ​ຖາ​ນະ​ເປັນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕົນ​ເຂົ້າ​ໃຈ​ດີ​ຕໍ່​​ສະ​ພາບ​ການ​ແລະ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ຫາ​ດັ່ງ​ກ່າວ. ທ່ານ​ເຫັນ​ວ່າ ແນວ​ທາງ​ສຸດ​ທ້າຍ​ຂອງ​ບັນ​ຫາ​ຮົງ​ກົງ​ແມ່ນ​ຂຶ້ນ​ກັບ​ວ່າລັດ​ຖະ​ບານ​ຈະ​ໃຊ້​ມາດ​ຕະ​ການ​ແນວ​ໃດບົນ​ພຶ້ນ​ຖານ​ການ​ຍຶດ​ໝັ້ນ​ຕາມ​ຫຼັກ​ການ.

ຄຳ​ເຫັນ

0