吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ເອີ​ລົບ​ຈາກ​ນະ​ຄອນ​ເຮີ​ເຟີຍ​​ມີຫຼາຍກວ່າ 700 ຂະ​ບວນ

2019-12-10 14:17:29 cri

    ຫວ່າງ​ມໍ່ໆ​ນີ້, ຄຽງ​ຄູ່​ກັບ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ເຕັມ​ຕູ້​ຂະ​ບວນ​ໜຶ່ງ​ເລີ່ມ​ແລ່ນ​ໄປ​​ສູ່​ປະ​ເທດກາ​ຊັກ​ສະ​ຖານ, ໃນ​ເວ​ລາ 6 ປີ​ເປັນ​ຕົ້ນ​ມາ, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ຈີນ-ເອີ​ລົບ​ຈາກ​ນະ​ຄອນ​ເຮີ​ເຟີຍ​ມີ​ຫຼາຍກວ່າ 700 ຂະ​ບວນ​ແລ້ວ.
    ນະ​ຄອນ​ເຮີ​ເຟີຍ​ແມ່ນ​ຕົວ​ເມືອງ​ພຽງ​ແຫ່ງ​ດຽວ​ຂອງ​ແຂວງ​ອ່ານ​ຮຸ່ຍ​ຈີນ​ທີ່​ມີລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້​າຈີນ-ເອີ​ລົບ​ໃນ​ປັດ​ຈຸ​ບັນ. ວັນ​ທີ 26 ມິ​ຖຸ​ນາ​ປີ 2014, ລົດ​ໄຟ
ຂົ​ນ​ສົ່ງ​ສິນ​ຄ້າ​ຈີນ-ເອີ​ລົບ​ຂະ​ບວນ​ທຳ​ອິດໄດ້​ເລີ່ມ​ແລ່ນ​​ຈາກ​ນະ​ຄອນ​ເຮີ​ເຟີຍ​ໄປ​ສູ່​ກາ​ຊັກ​ສະ​ຖານ. ຈົນ​ຮອດ​ປັດ​ຈຸ​ບັນ, ນະ​ຄອນ​ເຮີ​ເຟີຍ​ໄດ້​ເປີດ​ເສັ້ນ​ທາງ​ລົດ​ໄຟ 17 ສາຍ ເພື່ອ​ຂົ​ນ​ສົ່ງ​ສິນ​ຄ້າ​ໄປ​ເຖິງ 18 ຕົວ​ເມືອງ​ຂອງ 7 ປະ​ເທດ ແລະ ເຂດ​ແຄວ້ນ.

ຄຳ​ເຫັນ

0