黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ.ເກົາ​ຫຼີ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິ​ກ່າວ​ຖ້ອຍ​ຄວາມ​ທີ່​ມີ​ລັກ​ສະ​ນະ​ກໍ່​ກວນ​ຕໍ່​ສ​ປ​ປ.ເກົາ​ຫຼີ

2019-12-10 15:24:32 cri

ວັນ​ທີ 9 ທັນ​ວາ​ນີ້, ທ່ານ​ລີ​ຊຸ​ຢົງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ​ເກົາ​ຫຼີ​ກ່າວ​ວ່າ, ຖ້າ​ວ່າ​ອາ​ເມ​ຣິ​ກາ​ບໍ່​ຢາກ​ພົບ​ເຫັນຜົນ​ທີ່​ຕາມ​ມາ​ຮ້າຍ​ແຮງກວ່າ​ເກົ່າ, ກໍ​ຄວນ​ຢຸດ​ຕິ​ການ​ກ່າວ​ຖ້ອຍ​ຄວາມ​ທີ່​ມີ​ລັກ​ສະ​ນະ​​ກໍ່​ກວນຕໍ່​ສ​ປ​ປ.ເກົາ​ຫຼີ​.

ວັນ​ທີ 9 ທັນ​ວາ​ນີ້, ​ຂ່າວ​ສານ​ສູນ​ກາງ​ເກົາ​ຫຼີ​ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ທ່ານ​ລີ​ຊຸ​ຢົງ​​ມາລາຍ​ງານ​ວ່າ, “ຖ້ອຍ​ຄວາມ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ຣິ​ກາກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ເຖິງວ່າ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ສຶກ​ວ່າ​ຖືກ​ຂົ່ມ​ຂູ່​ກໍ​ຕາມ, ແຕ່​​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ເອງ​​ກໍ​ມີ​ຄວາມ​ຮູ້​ສຶກ​ຢ້ານ​ກົວ​.”

​ສ​ປ​ປ.ເກົາ​ຫຼີ​ກ່າວ​ວ່າ​ໄດ້​ດຳ​ເນີນ “ການ​ທົດ​ລອງ​ຄັ້ງ​ສຳ​ຄັນ​ທີ່​ສຸດ” ຄັ້ງ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຖານ​ສົ່ງ​ດາວ​ທຽມ​ໂຊ​ເຮ. ຫຼັງ​ຈາກ​ນັ້ນ​ທ່ານ​ທ​ຣຳ ກ່າວ​ເຕືອນ​ວ່າ, ຖ້າ​ວ່າ​ສ​ປ​ປ.ເກົາ​ຫຼີ​ສືບ​ຕໍ່​​ເດີນ​ຕາມ​ເສັ້ນ​ທາງ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ​ກໍຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ “​ສູນເສຍ​ທຸກ​ສິ່ງ​ທຸກ​ຢ່າງ”.

ຄຳ​ເຫັນ

0