黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ກາດ MV “ດອກ​ໄມ້ບານ” ໃນ​ທາງ​ອິນ​ເຕີ​ເນັດ ຊາວ​ໜຸ່ມ​ຮົງ​ກົງ ມາ​ກາວ ແລະ ໄຕ້​ຫວັນ​ຮ້ອງ​ເພງຊົມ​ເຊີຍມາ​ກາວ

2019-12-19 14:59:52 CR

    MV “ດອກ​​ໄມ້ບານ” ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ​ໄດ້​ປະ​ກາດ​ໃນ​ທາງ​ອິນ​ເຕີ​ເນັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 17 ທັນ​ວາ​ນີ້.
    ​ຜົນ​ງານ MV ດັ່ງ​ກ່າວ​ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ມາ​ກາວ, ຮົງ​ກົງ ແລະ ໄຕ້​ຫວັນ​ເຂົ້າ​ຮ່ວມ​ການ​ປະ​ດິດ​ຄິດ​ແຕ່ງ ແລະ ການ​ຮ້ອງ​ເພງ. ໃນ​ເພງ​ ບົວ​ຂາວ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ມາ​ກາວ​ໄດ້​ພັນ​ລະ​ນາມາ​ກາວ​​ເປັນ​ດັ່ງ​ຄົນ ເຊິ່ງ​ໄດ້ອະ​ທິ​ບາຍ​ປະ​ສົບ​ການ ​ທີ່​ບໍ່​ທຳ​ມະ​ດາ ແລະ ການ​ພັດ​ທະ​ນາ​ທີ່​ດີ​ເດັ່ນ​ຫຼັງ​ຈາກ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ດ້ວຍ​ຮູບ​ແບບ​ການ​ທີ່​ສົນ​ທະ​ນາ​ກັບ​ຜູ້​ເປັນ​ແມ່ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ອັນເລິກ​ເຊິ່ງ​ລະ​ຫວ່າງ​ມາ​ກາວ ກັບ ປະ​ເທດ​​ມານ​ດາ ແລະ ສະ​ແດງ​ໃຫ້​ເຫັນ​ຄວາມອວຍ​ພອນ​ອັນ​ດີ​ງາມຂອງ​ຊາວ​ໜຸ່ມ​ສະ​ໄໝ​ປັດ​ຈຸ​ບັນທີ່​ມີ​ຕໍ່​ມາ​ກາວ.

 

 


    

ຄຳ​ເຫັນ

0