黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖານ​ທັບ​ອາ​ກາດ​ບາ​ລັດ​ຂອງ​ອີ​ຣັກ​ຖືກ​​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ​ກາ​ຈູ​ຊາ

2020-01-13 17:30:48 cri

ຕອນ​ຄ່ຳ​ວັນ​ທີ 12 ມັງ​ກອນ​ນີ້, ຖານ​ທັບ​ອາ​ກາດ​ບາ​ລັດ​​ແຂວງຊະ​ລະ​ຮຸ​ດິນ​ປະ​ເທດ​ອີ​ຣັກ​ທີ່​ມີ​ທະ​ຫານ​ອາ​ເມ​ຣິ​ກາ​ປະ​ຈຳ​ການ​ຢູ່​​ຖືກ​ໂຈມ​ຕີ​ດ້ວຍ​​ລູກ​ສອນ​ໄຟ​ກາ​ຈູ​ຊາ, ສົ່​ງ​ຜົນ​ເຮັດ​ໃຫ້ທະ​ຫານ​ອີ​ຣັກ 4 ຄົນ​ບາດ​ເຈັບ.

​ກອງບັນ​ຊາ​ການ​ການ​ເຄື່ອນ​ໄຫວ​ປະ​ສົມ​ອີ​ຣັກ​​ໄດ້ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 12 ມັງ​ກອນ​ນີ້​ວ່າ, ຖານ​ທັບ​ອາ​ກາດ​ບາ​ລັດຖືກ​​ລູກ​ສອນ​ໄຟ​ກາ​ຈູ​ຊາ 8 ລູກ​ໂຈມ​ຕີ, ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ອີ​ຣັກ 4 ຄົນ​ບາດ​ເຈັບ, ໃນ​ນັ້ນ​ລວມ​ທັງ​ນາຍ​ທະ​ຫານ 2 ຄົນ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ແຈ້ງ​ສະ​ພາບ​ການ​ລະ​ອຽດ​ອື່ນໆ. ປັດ​ຈຸ​ບັນ​ຍັງ​ບໍ່​ມີອົງ​ການ​ຫຼື​ບົກ​ຄົນ​ຝ່າຍ​ໃດ​ອອກ​ມາ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ເທື່ອ​ນີ້.

ຄຳ​ເຫັນ

0