黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລູກ​ເຮືອຈີນ 4 ຄົນ​ທີ່​ຖືກ​​ໂຈນ​ສະຫຼັດຈີ້​ຕົວຢູ່​ກາ​ບົງ​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຢູ່​ນີ​ເຊ​ຣີ

2020-01-13 17:32:12 cri

ວັນ​ທີ 12 ມັງ​ກອນ​ນີ້, ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ລາ​ກົ​ສ​ແຈ້ງ​ຂ່າວ​ວ່າ, ລູກ​ເຮືອ​ຈີນ 4 ຄົນ​ທີ່​ຖືກ​ໂຈນ​ສະ​ຫຼັດ​ຈີ້​ຕົວ​ຢູ່ທະ​ເລ​ໃກ້​ນະ​ຄອນ​ຫຼວງ​ລີ​ເບຼວິນ​ປະ​ເທດ​ກາ​ບົງ​ໃນ​ວັນ​ທີ 22 ທັນ​ວາ​ປີ 2019 ໄດ້​ຮັບ​ການ​​ຊ່ວຍ​ເຫຼືອ​ແລ້ວ​ຢູ່​ນີ​ເຊ​​ຣີ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້.

ເວັບ​ໄຊ​ຂອງ​ສະ​ຖານ​ກົງ​ສຸນ​ໃຫຍ່​ດັ່ງ​ກ່າວ​ແຈ້ງ​ຂ່າວ​ວ່າ, ພາຍ​ຫຼັງ​ລູກ​ເຮືອ​ຈີນ 4 ຄົນ​ຖືກ​ຈີ້​ຕົວ​ແລ້ວ, ສະ​ຖາ​ກົງ​ສຸນ​ຈີນ​ປະ​ຈຳ​ລາ​ກົ​ສ​ໄດ້​ປະ​ສານ​ສົ​ມ​ທົບ​ກັບ​ສະ​ຖານ​​ທູດ​ຂອງ​ປະ​ເທດທີ່​ກ່ຽວ​ຂ້ອງ​ແລະ​ວິ​ສາ​ຫະ​ກິດ​ຈີນແລະ​ອົງ​ການ​ຊາວ​ຈີນ​ຕ່າງ​ດ້າວ​ທ້ອງ​ຖິ່ນ, ສຸມ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ, ​ໃນ​ທີ່​ສຸດຕົວ​ປະ​ກັນ​​ຖືກ​ປ່ອຍຕົວ​ຢ່າງ​ປອດ​ໄພ.

ຂ່າວ​ແຈ້ງວ່າ, ລູກ​ເຮືອ​ຈີນ 4 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ຕອນ​ບ່າຍ​ວັນ​ທີ 9 ມັງ​ກອນ​ນີ້, ແລະ​​ໄດ້ເດີນ​ທາງ​ກັບ​ຄື​ນ​​ປະ​ເທດ​ຈີນ​ໃນ​ວັນ​ທີ 12 ມັງ​ກອນນີ້.

ຄຳ​ເຫັນ

0