尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ສົນ​ທະ​ນາ​​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອູແກ​ຣນກ່ຽວ​ກັບ​ການ​ຍິງເຮືອ​ບິນ​ໂດ​ຍ​ສານ​​ອູ​ແກ​ຣນ​ຕົກ

2020-01-13 17:32:22 cri

ຕາມ​ເວັບ​ໄຊ​ຂອງ​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ​ໃຫ້​ຮູ້​ວ່າ: ຕອນ​ຄ່ຳ​ວັນ​ທີ 11 ມັງ​ກອນ​ນີ້, ທ່ານ ຮັ​ສ​ເຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ​ໂວ​ໂລ​ດີ​ເມຍ ​ເຊຍເລັນ​ສ໌​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ ໂດຍ​ໄດ້​ສະ​ແດງ​​ຄຳ​ຂໍ​ໂທດ​ຕໍ່​ການ​ຍິງ​ເຮືອ​ບິນ​ໂດຍ​ສານ​ຂອງ​ອູ​ແກ​ຣນ​ຕົກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ,ພ້ອມ​ທັງ​ກ່າວ​ວ່າ​ຈະ​ລົງ​ໂທດ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຕາມ​ກົດ​ໝາຍ.
 

​ກ່ອນ​ໜ້າ​ນີ້,ທ່ານ ຮັ​ສ​ເຊັນ ຣູ​ຮາ​ນີ ໄດ້​ສະ​ແດງ​ຄຳ​ຂໍ​ໂທດ​ໂດຍ​ຕາງ​ໜ້າ​ປະ​ຊາ​ຊົນ​ອີ​ຣານ. ທ່ານ​ຮັບ​ຮອງວ່າ: ເຫດ​ການ​​ເຮືອ​ບິນ​ໂດຍ​ສານ​ຕົກ​ແມ່ນ​​ເກີດ​ຂຶ້ນ​ຍ້ອນການ​ກະ​ທຳ​ທີ່​ຜິດ​ພາດ​ຂອງກອງ​ທັບ​ອີ​ຣານ. ທິມ​ຜູ້​ຊ່ຽວ​ຊານ​ຂອງ​ອູ​ແກ​ຣນ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ຈຳ​ເປັນ​ທັງ​ໝົດ,ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ອີ​ຣານ​ແລະ​ອູ​ແກ​ຣນ​ໃນ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຼັງ​ເກີດ​ເຫດ. ທ່ານ ຣູ​ຮາ​ນີ ກ່າວ​ຕື່ມ​ວ່າ: ​ຕົນ​ຈະ​ສັ່ງ​ໃຫ້​ສົ່ງ​ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຊາວ​ອູ​ແກ​ຣນ​ໃຫ້​ແກ່​ອູ​ແກ​ຣນ​ໂດຍ​ໄວ.

ຄຳ​ເຫັນ

0