黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປຊ ຈຳ​ໜ່າຍ​ສະ​ແຕ້ມ​ປີ​ຊວດ​ຈີນ

2020-01-14 17:07:10 cri

ຫວ່າງ​ມໍ່ໆ​ມາ​ນີ້, ສຳ​ນັກ​ງານ​ຄຸ້ມ​ຄອງວຽກ​ງານ​ໄປ​ສະ​ນີ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ໄດ້​ຈຳ​ໜ່າຍ​ສະ​ແຕ້ມ​ພິ​ເສດ​ສຳ​ລັບ​ປີ​ຊວດຕາມ​ຈັນ​ທະ​ຄະ​ຕິ​ຈີນ, ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ໃກ້​ຈະ​ມາ​ເຖິງ.

ສະ​ແຕ້ມ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ສະ​ແຕ້ມ 10 ຊ​ະ​ນິດ​ເຊິ່ງ​ແຕ່​ລະ​ຊະ​ນິດມີ​ມູນ​ຄ່າ 1,2 ໂດ​ລາ​ສະ​ຫະ​ລັດ, ​ກຳ​ຊື້​ຄົບ​ຊຸດ​ໃນລາ​ຄາ 14,95 ໂດ​ລາ.

ເບື້ອງ​ຊ້າຍ​ຂອງ​ສະ​ແຕ້ມ​ແມ່ນ​ກາ​ໝາຍ​ ສ​ປ​ຊ​ ທີ່​ເປັນ​ສີ​ຟ້າ, ເບື້ອງ​ຂວາ​ແມ່ນ​ຮູບ​ຕັດ​ເຈ້ຍ​ເປັນ​ໂຕ​ໜູ. ນອກ​ຈາກ​ຮູບນອກ​ເປັນ​ໂຕ​ໜູ​ແລ້ວ, ສະ​ແຕ້ມ​ຊຸດ​ນີ້​ຕົ້ນ​ຕໍ​ໄດ້​ໃຊ້​ສີ​ຄຳ​ແລະ​ສີ​ແດງ​ເຊິ່ງ​ເປັນ​ສີ​ທີ່​ມີ​ມູນ​ເຊື້ອ​​ໃນ​ຍາມບຸນ​ກຸດ​ຈີນ.

​ເດືອນ​ພຶດ​ສະ​ພາ​ປີ 2010, ເພື່ອ​ລະ​ນຶກ​ສະ​ແຕ້ມ 12 ລາ​ສີ​ຈີນ​ຈຳ​ໜ່າຍ​ຄົບ​ຮອບ 30 ປີ, ສຳ​ນັກ​ງານ​ຄຸ້ມ​ຄອງວຽກ​ງານ​ໄປ​ສະ​ນີ​ຂອງ ສ​ປ​ຊໄດ້​ຈຳ​ໜ່າຍ​ສະ​ແຕ້ມ​ 12 ​ລາ​ສີ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ສະ​ແຕ້ມ​ໂຕ​ໜູໃນ​ປີ​ນີ້​ແມ່ນ​ສະ​ແຕ້ມ​ລາ​ສີທີ່​ສ​ປ​ຊ ຈຳ​ໜ່າຍ​ຄັ້ງ​ທີ 11.

ຄຳ​ເຫັນ

0