蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ

2020-01-15 16:26:04 CRI

ວັນ​ທີ 14 ມັງ​ກອນ​ນີ້, ທ່ານ​ມຸນ​​​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ​ກ່າວ​ວ່າ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ແລະ ຫວັງ​ວ່າ, ​ສອງ​ຝ່າຍຈະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ ສ.ເກົາຫຼີ-ຈີນ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ມື້​ດຽວ​ກັນ, ທ່ານ​ມຸນ​​ແຈ​ອິນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​​ຂ່າວ​ໂອ​ກາດ​ປີ​ໃໝ່ວ​ຽນ​ມາ​ເຖິງ. ທ່ານ​ກ່າວ​ວ່າ, ບັນ​ຫາ​ນິວ​ເຄຼຍ​ແຫຼ​ມ​ເກົາຫຼີ​ຈະ​ແກ້​ໄຂ​ໃນ​ໄລ​ຍະ​ສັ້ນ​ບໍ່​ໄດ້, ຕ້ອງ​ການ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ມື​ກັນ. ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ທີ່​ກ່ຽວ​ຂ້ອງ, ຫວັງ​ວ່າ, ໃນ​ອະ​ນາ​ຄົດ, ຈີນ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ແລະ ການ​ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ຢູ່ແຫຼມ​ເກົາຫຼີ.

ເມື່ອ​ເວົ້າ​ເຖິງ​ການ​ຮ່ວມ​ມື​ຈີນ-ສ.ເກົາຫຼີ, ທ່ານ​ມຸນ​ແຈ​ອິນ​ກ່າວ​ວ່າ, ປີ 2022 ແມ່ນ​ປີ​ລະ​ນຶກ​ການ​ສ້າງ​​ຕັ້ງ​ສາຍ​ພົວ​ພັນ​ສ.ເກົາຫຼີ-ຈີນ​ຄົບ​ຮອບ 30 ປີ, ​ຫວັງ​ວ່າ​ສອງ​ຝ່າຍຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃນຫຼາຍ​ຂົງ​ເຂດ​ ແລະ ຫວັງ​ວ່າ, ຈະຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ມຸນ​ແຈ​ອິນ​ກ່າວ​ຕື່ມ​ວ່າ: ທ່ານຈະ​ພະ​ຍ​າ​ຍາມ​ຊຸກ​ຍູ້​ໃຫ້ “ນະ​ໂຍ​ບາຍ​ພາກ​ໃຕ້​ໃໝ່” ແລະ “ນະ​ໂຍ​ບາຍ​ພາກ​ເໜືອ​ໃໝ່” ຂອງ ສ.ເກົາຫຼີ ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຄຳ​ເຫັນ

0