黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ເປີດ “​ງານ​ມະ​ຫາ​ກຳ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​ປີ 2020” ມາ​ເລ​ເຊຍ​ຢູ່​ກົວ​ລາ​ລຳ​ເປີ

2020-01-15 16:21:00 cri

ຕອນ​ຄ່ຳ​ວັນ​ທີ 14 ມັງ​ກອນ​ນີ້, ພິ​ທີ​ເປີດ “ງານ​ມະ​ຫາ​ກຳ​​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບຈີນ​ປີ 2020” ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​ແລະຄະ​ນະ​ກຳ​ມະ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຂອງມາ​ເລ​ເຊຍ​ເປັນ​ຝ່າຍ​ຊ່ວຍ​ຈັດ​ໄດ້​ຈັດ​ຂຶ້ນ​ຢູ່ສູນ​ວາງ​ສະ​ແດງ​ກົວ​ລາ​ລຳ​ເປີ, ບຸກ​ຄົນ​ວົງ​ການ​ກາ​ນເມືອງ, ການ​ຄ້າ, ​ກຳ​ມະ​ການ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ແລະນັກ​ສະ​ແດງ​ຈີນ​ແລະ​ມາ​ເລ​ເຊ​ຍ 500 ກວ່າ​ທ່ານ​ໄດ້​ເຂົ້​າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ໃນ​ໄລ​ຍະ​ຈັດ ““ງານ​ມະ​ຫາ​ກຳ​​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​ປີ 2020”, ຮູບ​ເງົາ​ 7 ເລື່ອງ, ລະ​ຄອນໂທ​ລະ​ພາບ 11 ເລື່ອງ​ແລະ​ຟິມ​ສາ​ລະ​ຄະ​ດີ 15 ເລື່ອງ​ຂອງ​ຈີນ​ຈະ​ສາຍ​ຢູ່ມາ​ເລ​ເຊຍ. ເນື້ອ​ໃນ​ຂອງ​ບົດ​ປະ​ພັນ​ດັ່ງ​ກ່າວ​ໄດ້​ກວມ​ເອົາ​ຫຼາຍ​ຂົງ​ເຂດ​ຄື: ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ກິ​ລາ, ທຳ​ມະ​ຊາດ, ສັງ​ຄົມ​ແລະ​ອື່ນໆ. ຮູບ​ເງົາ 7 ເລື່ອງ​ດັ່ງ​ກ່າວ​ຈະ​ສາຍ​ຢູ່​ໂຮງ​ຮູບ​ເງົາ​​ຕ້ານ​ສັບ​ພະ​ສິນ​ຄ້າ Mid Valley ​ຢູ່ກົວ​ລາ​ລຳ​ເປີ​ໂດຍບໍ່​ເສຍ​ຄ່າ, ສ່ວນ​ລະ​ຄອນ​ໂທ​ລະ​ພາບ​ແລະ​ຟິມ​ສາ​ລະ ​ຄະ​ດີ​ອື່ນໆ​ຈະ​ສາຍ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ທ້ອງ​ຖິ່ນ​ຫຼື​ເວັບ​ໄຊ​ໃນ​ປີ 2020.

ໃນ​ຖາ​ນະ​ເປັນ​ຈຸດ​ເດັ່ນ​ຂອງ ງານ​ມະ​ຫາ​ກຳ​​ຮູບ​ເງົາ​ເທື່ອ​ນີ້, ລະ​ຄອນ​ໂທ​ລະ​ພາບເລື່ອງ “ພົບ​​ຄວາມ​ສຸກ” ສະ​ບັບພາກ​ພາ​ສາ​ມຽນ​ມາ​ກໍ​ຈະ​ສາຍ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ມາ​ເລ​ເຊຍ​ໃນ​ປີ​ນີ້​ເຊັ່ນ​ກັນ.

ຄຳ​ເຫັນ

0