黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິມ “​ນິ​ທານ​ສຸ​ພາ​ສິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ຕ່າງໆ​ສະ​ບັບ​ພາ​ສາ​ມຽນ​ມາ​ເລີ່ມ​ສາຍ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ມຽນ​ມາ

2020-01-15 16:14:45 cri

ກ່ອນ​ທ່າ​ນ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ຈະ​ເດີນ​ທາງຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ​ໃນ​ໄວໆ​ນີ້, ​ຟິມ “​ນິ​ທານ​ສຸ​ພາ​ສິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ​ຕ່າງໆ​ສະ​ບັບ​ພາ​ສາ​ມຽນ​ມາ​ໄດ້​ຈັດ​ພິ​ທີ​ເລີ່ມ​ສາຍ​ຢູ່​ນະ​ຄອນ​ຢາງ​​ກຸ້ງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 14 ມັງ​ກອນ​ນີ້, ​ຟິມ​ດັ່ງ​ກ່າວ​ຈະ​ເລີ່ມ​ສາຍ​ຢູ່ສະ​ຖາ​ນີ​ໂທ​ລະ​ພາບ Sky net ເຊິ່ງ​ເປັນ​ສະ​ຖາ​ນີ​ໂທ​ລະ​ພາບ​​ທຸ​ລະ​ກິດ​ທີ່​ມີ​ຊື່​ສຽງ​ຂອງ​ມຽນ​ມາ​ເລີ່ມ​ແຕ່​ມື້​ດັ່ງ​ກ່າວ.

​ ຟິມ “​ນິ​ທານສຸ​ພາ​ສິດ​ທີ່​ທ່ານທີ່​ປະ​ທານ​ສີ​ຈິ້ນ​ຜິງ​ມັກ” ຕ່າງໆ​​ແມ່ນ​ຜະ​ລິດ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG, ​ຟິມ​ດັ່ງ​ກ່າວ​ໄດ້​ຕັ້ງ​ໃຈ​ຄັດ​ເລືອກ​ເອົາ​ສຸ​ພາ​ສິດ​ແລະ​ນິ​ທານ​ຈາກ​​ວັນ​ນະ​ຄະ​ດີບູ​ຮານ​​ທີ່​ມີ​ຊື່​ສຽງຂອງ​ຈີນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ນຳ​ໃຊ້​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ​ໃນບົດ​ຄວາມ​ແລະ​ຄວາມ​ເວົ້າ, ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ສີ​ຈິ້ນ​ຜິງເຂົ້າ​ໃຈ​​ຕໍ່​ວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ດີ​ເດັ່ນ​ຂອງ​ຈີນ​ໄດ້ຢ່າງ​ເລິກ​ເຊິ່ງ​ແລະ​ທັດ​ສະ​ນະ​ຮ່ຳ​ຮຽນ​​ຄັງ​ປັນ​ຍາ​ດ້ານ​ການ​​ປົກ​ຄອງປະ​ເທດ​​ແລະ​ການ​ຄຸ້ມ​ຄອງ​ລັດຈາກວັດ​ທະ​ນະ​ທຳ​ຈີນ. ກ່ອນ​ໜ້າ​ນີ້​ຟິມ​ດັ່ງ​ກ່າວ​ໄດ້​​ແປ​ເປັນ​ພາ​ສາ​ອັງ​ກິດ, ພາ​ສາ​ຍີ່​ປຸ່ນ, ພາ​ສາ​ແອັ​ສ​ປາຍ, ພາ​ສາ​ອີ​ຕາ​ລີ, ພາ​ສາ​ອິນ​ເດຍ​, ພາ​ສາ​ເນ​ປານ​ແລະ​ພາ​ສາ​ອື່ນໆ, ໄດ້​ຮັບ​ຄວາມ​ສົນ​ໃຈ​ແລະ​ເສະ​ແດງ​ຄວາມ​ເຫັນ​ຢ່າງ​ຫຼວງ​ຫຼາຍ.

ໃນ​ພິ​ທີ​ເລີ່ມ​ສາຍ​ຟິມ​ດັ່ງ​ກ່າວ, ຍັງ​ໄດ້​ຈັດ​ພິ​ທີ​ເລີ່ມ​ຈຳ​ໜ່າຍ​ປຶ້ມ “​ນິ​ທານ​ສຸ​ພາ​ສິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ມາ​ເລ​ເຊຍ​ທີ່ CMG ຮັບ​ຜິດ​ຊອບ​ແປ​ແລະ​ຮຽບ​ຮຽງ.

ຄຳ​ເຫັນ

0