黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖານ​ທັບ​ອີ​ຣັກ​ແຫ່ງ​ໜຶ່ງ​ທີ່​ມີ​ທະ​ຫານ​ອາ​ເມ​ຣິ​ກາ​ປະ​ຈຳ​ການ​ຢູ່​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ກາ​ຈູ​ຊາ

2020-01-15 16:17:06 cri

ກະ​ຊວງ​ພາຍ​ໃນ​ອີ​ຣັກ​ເປີດ​ເຜີຍ​ວ່າ, ວັນ​ທີ 14 ມັງ​ກອນ​ນີ້, ຖານ​ທັບ​ແຫ່ງ​ໜຶ່ງ​ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ແບັກ​ແດດ​ຖືກ​​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟ​ກາ​ຈູ​ຊາ 2 ລູກ. ຖານ​ທັບ​ດັ່ງ​ກ່າວ​ມີ​ນາຍ​ແລະ​ພົນ​ທະ​ຫານ​ອາ​ເມ​ຣິ​ກາ​ທີ່​ຮັບ​ຜິດ​ຊອບການ​ຝຶກ​ອົບ​ຮົມ​ທະ​ຫານ​ອີ​ຣັກ​ປະ​ຈຳ​ການ​ຢູ່.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ພາຍ​ໃນ​ອີ​ຣັກ​ຜູ້​ໜຶ່ງ​ກ່າວ​ວ່າ, ​ຕອນ​ຄ່ຳ​ວັນ​ທີ 14 ມັງ​ກອນ​ນີ້, ລູກ​ສອນ​ໄຟ​ກາ​ຈູ​ຊາ 2 ລູກ​ໄດ້​ຍິງ​ໃສ່​ຖານ​ທັບ​ທ​ນາຈີທີ່​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ແບັກ​ແດດ​ໄປ​ທາງພາກ​ເໜືອປະມານ 20 ກິ​ໂລ​ແມັດ. ກອງ​ບັນ​ຊາ​ການ​ການ​ເຄື່ອນ​ໄຫວ​ປະ​ສົມ​ອີ​ຣັກ​ອອກ​ຖະ​ແຫຼງ​ການ​ວ່າ, ການ​ໂຈມ​ຕີ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼື​ບາດ​ເຈັບ. ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ອົງ​ການ​ຫຼື​ບຸກ​ຄົນ​ຝ່າຍ​ໃດ​ອອກ​ມາສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ເທື່ອ​ນີ້.

ຄຳ​ເຫັນ

0