黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ປີ​ທ່ອງ​ທ່ຽວ​ຈີນ-ບ​ຣູ​ໄນ” ແລະ “ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຈີນ-ມາ​ເລ​ເຊຍ” ຈະ​ເປີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຂອງ​ສອງ​ປະ​ເທດ

2020-01-16 16:23:29 cri

ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 15 ມັງ​ກອນ​ນີ້​ວ່າ, ປີ 2020 ແມ່ນ​ “ປີ​ທ່ອງ​ທ່ຽວ​ຈີນ-ບ​ຣູ​ໄນ” ແລະ “ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຈີນ-ມາ​ເລ​ເຊຍ”. ວັນ​ທີ 17 ມັງ​ກອນ​ນີ້, ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ຈະ​ຈັດ​ພິ​ທີ​​ເປີດ​ປີ​ທ່ອງ​ທ່ຽວ​ແລະ​ດຳ​ເນີນ​ກິດ​ຈະ​ກຳຕ່າງໆ​​ຮ່ວມກັບ​ກະ​ຊວງ​ຊັບ​ພະ​ຍາ​ກອນ​​ຂັ້ນ​ຕົ້ນ​ແລະ​ທ່ອງ​ທ່ຽວ​ບ​ຣູ​ໄນ​ຢູ່ນະ​ຄອນ​ຫຼວງບານ​ດາ​ເຊຣີ​ເບ​ກາ​ວັນ​ປະ​ເທດບ​ຣູ​ໄນ​ແລະ​ຈະ​ຈັດ​ພິ​ທີ​​ເປີດ​ປີ​ທ່ອງ​ທ່ຽວ​ແລະ​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ​ຮ່ວມ​ກັບ​ກະ​ຊວງ​ທ່ອງ​ທ່ຽວ, ສິ​ລະ​ປະ​ແລະ​ວັດ​ທະ​ນະ​ທຳ​ມາ​ເລ​ເຊຍ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 19 ມັງ​ກອນ​ນີ້.

​ຕາມ​ວາ​ລະ​ຂອງ​ພິ​ທີ​ຈະ​ປະ​ກອບ​ດ້ວຍ​ສອງ​ພາກ​ສ່ວນ​ຄື: ງານ​ໂຄ​ສະ​ນາ​ແລະ​ງານ​ປຶກ​ສາ​ຫາ​ລື​ການ​ຄ້າ​ລະ​ຫວ່າງ​ຈີນ​-ບ​ຣູ​ໄນ​ແລະ​ມາ​ເລ​ເຊຍເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຫຼວງ​ຂອງສອງ​ປະ​ເທ​ດ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ທີ່​ມາ​ຈາກ​ອົງ​ການ​ທ່ອງ​ທ່ຽວ​ແລະ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ທຸກ​ຂັ້ນ​ຂອງ​ຈີນ​ຈະ​ເຂົ້າ​ຮ່ວມ​ງານ​ໂຄ​ສະ​ນາ​ແລະ​ການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ຕາງ​ໜ້າບ​ຣູ​ໄນ​ແລະ​ມາ​ເລ​ເຊຍ.

ກາ​ໝາຍ​ “ປີ​ທ່ອງ​ທ່ຽວ​ຈີນ-ບ​ຣູ​ໄນ” ແລະ “ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຈີນ-ມາ​ເລ​ເຊຍ” ກໍ​ຈະ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ​ຊົນ​ໃນ​ພິ​ທີ​ເປີດ​ງານ​ດັ່ງ​ກ່າວ.

ຄຳ​ເຫັນ

0