蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ແກ້​ໄຂ​ເຫດ​ການ​ສຸກ​ເສີນ​ທີ່​ພົວ​ພັນ​ເຖິງ​ເຂດ​ໄຕ້​ຫວັນ​ໃນ​ປີ 2019 ຢ່າງ​ສົມ​ເຫດ​ສົມ​ຜົນ

2020-01-16 10:45:58 CRI

ວັນ​ທີ 15 ມັງ​ກອນ​ນີ້, ທ່ານ​ມາ​ສຽວກວ່າງ ໂຄ​ສົກ​ຫ້ອງ​ການ​ໄຕ້​ຫວັນ​​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ປີ 2019, ຈີນ​ໄດ້​ແກ້​ໄຂ​ເຫດ​ການ​ສຸກ​​ເສີນທີ່​ພົວ​ພັນ​ເຖິງ​ເຂດ​ໄຕ້​ຫວັນຢ່າງ​ສົມ​ເຫດ​ສົມ​ຜົນ.

ທ່ານ​ກ່າວ​ຕື່ມ​ວ່າ, ຕາມ​ສະ​ຖິ​ຕິ​ທີ່ຍັງ​ບໍ່​ທັນ​ຄົບ​ຖ້ວນ, ພາກ​ສ່ວນ​ຕ່າງໆ​ໃນ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ໄດ້​ລາຍ​ງານ​ເຫດ​ການ​ສຸກ​ເສີນ​ທີ່​ພົວ​ພັນ​ເຖິງ​ໄຕ້​ຫວັນ​ທັງ​ໝົດ 109 ​ຄັ້ງ ​ຕໍ່​ຫ້ອງ​ການ​ຕົນ ເຊິ່ງ​ລວມ​ທັງ​ເຫດ​ການ​ສຸກ​ເສີນ​ທີ່​ເກີດ​ຂຶ້ນ​ທາງ​ທະ​ເລ 43 ​ຄັ້ງ, ເຫດ​ການ​ສຸກ​ເ​ສີນ​ດ້ານ​ຄົມ​ມະ​ນາ​ຄົມ​ທ່ອງ​ທ່ຽວ 15 ​ຄັ້ງ, ເຫດ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ 11 ​ຄັ້ງ, ໄພ​ພິ​ບັດ​ທຳ​ມະ​ຊາດ 3 ​ຄັ້ງ, ຄະ​ດີ​ອາ​ຍາ 2 ລາຍ, ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຂ້າ​ໂຕ​ຕາຍ ຫຼື ເສຍ​ຊີ​ວິດ​ຍ້ອນ​ເຈັບ​ເປັນ​ຂອງ​ຜູ້​ກ່ຽວ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ 35 ລາຍ.

ທ່ານ​ກ່າວ​ຕໍ່​ໄປວ່າ, ໃນ​ເຫດ​ການ​ເຫຼົ່າ​ນີ້, ມີ​ຜູ້​ເສຍ​ຊີ​ວິດ 44 ຄົນ, ບາດ​ເຈັບ 17 ຄົນ ແລະ ຫາຍ​ສາບ​ສູນ 7 ຄົນ​. ຫ້ອງ​ການ​ຕົນ​ໄດ້​ຮ່ວມ​ກັບ​ພາກ​ພ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈີນ ໄດ້​ແກ້​ໄຂ​ເຫດ​ການ​ເຫຼົ່າ​ນີ້​ຢ່າງ​ສົມ​ເຫດ​ສົມ​ຜົນ.

ຄຳ​ເຫັນ

0